ປີ 2016 ​ແຮງ​ງານ​ຟິລິບ​ປິນຝາກ​ເງິນຈາກ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ 5%​
2017-02-20 16:28:49  cri 

ທະນາຄານ​ກາງ​ຟິລິບ​ປິນປະກາດຫວ່າງ​ມໍ່ໆ​ນີ້ວ່າ: ປີ 2016, ​ແຮງ​ງານ​ປະ​ເທດ​ຕົນ​ທີ່​ໄປ​ເຮັດ​ວຽກຢູ່​ຕ່າງປະ​ເທດ​​ໄດ້ຝາກ​ເງິນ​ຄືນ​ບັນລຸ 26 ຕື້ 900 ລ້ານ​ໂດ​ລາ​ສະຫະລັດ ​ເພີ່ມ​ຂຶ້ນ 5% ​ເມື່ອ​ທຽບ​ໃສ່​ປີ 2015 ​ແລະ​ລື່ນ 4% ຂອງ​ເປົ້າໝາຍ​​ການເຕີບ​ໂຕທີ່​ລັດຖະບານ​ຟິລິບ​ປິນກຳນົດໄວ້.

ນອກ​ນີ້, ​ໃນປີ 2016, ​ແຮງ​ງານ​ຟິລິບ​ປິນຝາກ​ເງິນສົດ ​ແລະ ເງິນ​ທີ່​ເປັນ​ວັດຖຸ​ພັນຄືນ​ປະ​ເທດ​ບັນລຸ 29 ຕື້ 710 ລ້ານ​ໂດ​ລາ​ສະຫະລັດ ​ເພີ່ມ​ຂຶ້ນ 4,9% ​ເມື່ອ​ທຽບ​ໃສ່​ປີ 2015 ​ໂດຍ​​ໃນ​ເດືອນ​ທັນວາພຽງ​​ເດືອນ​ດຽວ, ​ເງິນສົດ​ທີ່ໄຫຼ​ເຂົ້າຟິລິບ​ປິນ​​ໄດ້ສ້າງ​ສະຖິຕິ​ໃໝ່ ​ຄືບັນລຸ 2 ຕື້ 600 ລ້ານ​ໂດ​ລາ​ສະຫະລັດ ​ເພີ່ມ​ຂຶ້ນ 3,6% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2015.
ທ່ານ​ດີ​ວາ ກູ​ນີກຸນ​ໂດ ຮອງ​ຜູ້​ວ່າການ​ທະນາຄານ​ກາງ​ຟິລິບ​ປິນ ຊີ້​ວ່າ: ​ເນື່ອງ​ຈາກ​ສະພາບ​ເສດຖະກິດ​ໂລກ​ດີ​ຂຶ້ນຢ່າງ​ຕໍ່​ເນື່ອງ ຈຶ່ງຄາດ​ວ່າ​ປີ​ນີ້ ​ແຮງ​ງານປະ​ເທດ​ຕົນ​ຈະຝາກ​ເງິນ​ຈາກ​ຕ່າງປະ​ເທດ​​ສືບ​ຕໍ່​ເພີ່ມ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ