​ເຈົ້າ​ໜ້າ​ທີ່​ຕຳຫຼວດມາ​ເລ​ເຊຍ​ຊີ້​ແຈງ​ຍັງ​ບໍ່​ສາມາດ​ຢືນຢັນ​​​ເຫດການ​ເສຍ​ຊີວິດ​ຂອງ​ຄົນ​ເກົາຫຼີ​ໄດ້
2017-02-20 17:02:52  cri 
ຕາມ​ຂ່າວສານ​ຊິນ​ຮວາ​:​ເຈົ້າ​ໜ້າ​ທີ່​ຕຳຫຼວດມາ​ເລ​ເຊຍ​ກ່າວ​ໃນ​ວັນ​ທີ 19 ກຸມພາ​ນີ້​ວ່າ,ຍັງ​ບໍ່​ສາມາດ​ຢືນຢັນ​ເຫດການ​ເສຍ​ຊີວິດ​ຂອງ​ຄົນ​ເກົາຫຼີ​ຢູ່​ປະ​ເທດ​ຕົນ​ໄດ້​ເທື່ອ​ແລະ​ກຳລັງ​ພິສູດ DNA​ຂອງ​ຜູ້ກ່ຽວ​ແລະຍັງ​ຕ້ອງລໍຖ້າ​ໃຫ້​ໃຫ້​ຄອບຄົວສົ່ງ​ຕົວຢ່າງ DNA ມາ​ເພື່ອ​ຢືນຢັນ.

ວັນ​ທີ 19 ກຸມພາ​ນີ້,​ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍ​ໄດ້​​ຖະ​ແຫຼງຂ່າວ​ຄັ້ງ​ທຳ​ອິດ​ຫຼັງ​ເກີດ​ເຫດການ​ຄົນ​ເກົາຫຼີ​ເສ​ຍຊີວິດ​ໂດຍ​ທ່ານຣາຊິດ ອິບຣາຮິມ​ໄດ້​ແຈ້ງ​ສະພາບ​ຫຼັງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ເກັບ​ກຳ​ໄດ້​​ວ່າ,​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄດ້​ຈັບ​ຜູ້​ຕ້ອງ​ສົງ​ໄສ 4 ຄົນຄື​ຜູ້ຍິງ​ສັນຊາດ​ຫວຽດນາມ​​ໜຶ່ງຄົນ,ຊາຍ​ມາ​ເລ​ເຊຍ​​ໜຶ່ງຄົນ,ຍິງ​ອິນ​ໂດ​ເນ​ເຊຍ​​ໜຶ່ງຄົນ​ແລະ​ຊາຍ​ເກົາຫຼີ​ໜຶ່ງຄົນ.

ທ່ານ​ກ່າວ​ຕື່ມ​ວ່າ,​ເຈົ້າ​ໜ້າ​ທີ່​ໄດ້​ສັນ​ລະ​ສູດ​ສົບ​ຂອງ​ຜູ້​​ເສຍ​ຊີວິດ​ແລ້ວ​ແລະ​ປັດຈຸບັນ​ກຳລັງ​ລໍຖ້າ​ຜົນ​ການ​ກວດກາ​ພະຍາດແລະ​ຢ່າ​ເບື່ອ​ແລະ​ຍັງບໍ່​ສາມາດ​ຢືນຢັນ​ເຫດການ​ເສຍ​ຊີວິດ​​ໄດ້​ເທື່ອ.​​ແນວ​ໃດ​ກໍ​ດີ,ທ່ານຣາຊິດ​ຢືນຢັນ​ໃນ​ວັນ​ທີ 16 ກຸມພາ​ນີ້​ວ່າ,ຊາຍ​ເກົາຫຼີທີ່​ເສ​ຍຊີວິດ​ຜູ້​ນີ້​ແມ່ນ​ທ່ານ​ກິມ​ຈົ່ງ​ນາມ ອ້າຍຕ່າງ​ແມ່​ຂອງ​ທ່ານ​ກິມຈົ່ງ​ອຸນ ຜູ້ນຳ​ສູງ​ສຸດ​ຂອງ​ສປປ​ເກົາຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ