ປະທານ​າທິບໍດີ​ຟີ​ລິບ​ປິນຕ້ອນຮັບການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ
2017-02-21 10:16:54  cri 
ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານ​ພັກ​ກຳລັງ​ປະຊາຊົນ​ປະຊາທິປະ​ໄຕ​ຟີ​ລິບ​ປິນ, ປະທານາທິບໍດີ​ຟີ​ລິບ​ປິນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ​ຊົ້ງ​ທ່າວ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຢູ່​ນະຄອນຫຼວງ​ມະນີ​ລາ​ໃນ​ວັນ​ທີ 20 ກຸມພາ​ນີ້.

​ໂອກາດ​ດັ່ງກ່າວ, ທ່ານ​ຊົ້ງ​ທ່າວ​ກ່າວ​ວ່າ ,ຈີນ-ຟີ​ລິບ​ປິນ​ເ​ປັນ​ເພື່ອນບ້ານ​ໃກ້​ຄຽງ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ແລະ​ຈີນກໍ​ຍິນ​ດີ​ຮ່ວມ​ກັບ​ຟີ​ລິບ​ປິນຈັດ​ຕັ້ງ​ປະຕິບັດ​ຕາມ​ຄວາມເປັນ​ເອກະ​ພາບ​ກັນ​ຂອງ​ປະມຸກ​ລັດ​ສອງ​ປະ​ເທດ​ໃຫ້​ມີປະສິດທິ​ຜົນ, ​​ເພີ່ມ​ທະວີ​ການ​ແລກປ່ຽນ​ລະຫວ່າງ​ພັກ​ກຳ​ອຳນາດ,​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ,ຊຸກຍູ້ການຮ່ວມມືໃນຂົງ​ເຂດ​ຕ່າງໆ​ຢ່າງຮອບດ້ານ ທັງ​ຊຸກຍູ້​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ສອງ​ຝ່າຍ.

ທ່ານ​ດູ​ເຕີ​ເຕຢືນ​ຢັນວ່າ: ຟີ​ລິບ​ປິນຫວັງ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕົວ​ຈິງ​ລະຫວ່າງ​ສອງ​ປະ​ເທດ​ຢ່າງຮອບດ້ານ ຂະນະ​ທີ່​ພັກ​ກຳລັງ​ປະຊາຊົນ​ປະຊາທິປະ​ໄຕ​ກໍຍິນ​ດີ​ຮ່ວມ​ກັບ​ພັກ​ກອມ​ມູນິດ​ຈີນ​ເພີ່ມ​ທະວີ​ການ​ໄປ​ມາ​ຫາ​ສູ່​ກັນ​ຕາມ​ກົນ​ໄກທັງລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ການ​ຮ່ວມ​ມື​ຢ່າງ​ບໍ່​ຢຸດ​ຢັ້ງ.

ຫຼັງ​ພົບ​ປະ, ທ່ານ​ຊົ້ງ​ທ່າວ​ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນແລະ​ທ່ານ​ປີ​ເມັນ​ເທວ ຜູ້ບໍລິຫານ​ງານພັກ​ກຳລັງ​ປະຊາຊົນ​ປະຊາທິປະ​ໄ​ຕຟີ​ລິບ​ປິນ, ປະທານ​ສະພາ​ສູງ​ຟີ​ລິບ​ປິນ​ໄດ້​ຮ່ວມ​ລົງ​ນາ​ມ​ໃນບົດ​ບັນທຶກ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ​ໂດຍ​ການ​ເປັນ​ສັກຂີ​ພິຍານ​ຂອງ​ທ່ານ​ດູ​ເຕີ​ເຕ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ