ສະພາ​ສູງ​ອັງກິດ​ເລີ່ມພິຈາລະນາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຖອນ​ອອກ​ຈາກ​​ອີ​ຢູ
2017-02-21 10:19:40  cri 
ສະພາ​ສູງ​ຂອງ​ອັງກິດ​ເລີ່​ມພິຈາລະນາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຖອນ​ອອກ​ຈາກ​ສະຫະ​ພາບ​ເອີຣົບຫຼື​ອີ​ຢູ​ໃນ​ວັນ​ທີ 20 ກຸມພາ​ນີ້ຫຼັງ​ຕົ້ນ​ເດືອນ​ດຽວ​ກັນ,ສະພາ​ຕ່ຳ ​ໄດ້​ຮັບຮອງ​ຮ່າງ​ກົດໝາຍ​ດັ່ງກ່າວ​ດ້ວຍ​ສຽງ​ສ່ວນ​ຫຼາຍ​ຄື 494 ບັດ​ເຫັນ​ດີ, 122 ບັດ​ຄັດ​ຄ້ານ, ທັງ​ມອບ​​ຮ່າງກົດໝາຍ​ສະບັບ​ນີ້​ໃຫ້​ສະພາ​ສູງ​ນຳ​ໄປ​ພິຈາລະນາ. ທັງ​ນີ້,ຖ້າ​ຫາກ​ສະພາ​ສູງ​ກໍ​ຮັບຮອງ​ຮ່າງ​ກົດໝາຍ​ດັ່ງກ່າວ, ອັງກິດ​ກໍຈະ​ເລີ່​ມປະຕິບັດ​ຂັ້ນ​ຕອນ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບກ່ອນ​ທ້າຍ​ເດືອນ​ມີນາ​ທີ່​ຈະ​ມາ​ເຖິງ.

ທ່ານ​ນາງ​ເຕ​ເຣຊາ​ເມ ນາຍົກລັດຖະມົນຕີອັງກິດ​ໄດ້​ເຂົ້າ​ຟັງ​ການ​ອະພິປາຍ​ຂອງ​ບັນດາ​ສະມາ​ຊິກ​ສະພາ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ໃນ​ວັນ​ທີ 20 ກຸມພາ​ນີ້​ເຊິ່ງຕາມ​ທຳນຽມ​ລັດຖະທຳ​ມະນູນ​ຂອງ​ອັງກິດ, ນາຍົກລັດຖະມົນຕີມີສິດ​ອະພິປາຍ​ໃນ​ເວລາ​ສະພາ​ຕ່ຳ​ພິຈາລະນາ​ຮ່າງ​ກົດໝາຍ, ​ແຕ່​ບໍ່​ມີ​ສິດ​ຮ່ວມ​ອະພິປາຍ​ຂອງ​ສະພາ​ສູງ, ​ພຽງ​ແຕ່​​ເຖິງ​ເວລາ​ທີ່​ສຳຄັນ​ທີ່​ສຸດ​ຈິ່ງ​ຈະ​ໄປ​ເ​ຂົ້າຟັງ​ການ​ອະພິປາຍ​ຢູ່​ສະພາ​ສູງ.

ໃນ​ມື້​​ອະພິປາຍ​ຂອງ​ສະພາ​ສູງ, ປະຊາ​ຊົນ​ອັງກິດ​ຈຳນວນ​ໜຶ່ງ​ກໍ​ໄດ້ແຫ່​ຂະ​ບວນປະ​ທ້ວງ​ຢູ່​ນອກ​ຕຶກ​ລັດຖະສະພາ​ໂດຍ​ຮຽກຮ້ອງ​ໃຫ້​ລັດຖະສະພາ​ປົກ​ປ້ອງ​ສິດ​ທີ່​ຊອບ​ດ້ວຍ​ກົດໝາຍ​ຂອງ​ພົນລະ​ເມືອງ​ສະຫະພາບ​ເອີຣົບທີ່​ດຳລົງ​ຊີວິດ​ຢູ່​ອັງກິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ