ຊາຍ​ອິນ​ເດຍທັບໝາກພ້າວ​​ແຕກ 124 ໜ່ວຍ​ພາຍ​ໃນໜຶ່ງ​ນາທີ
2017-02-21 16:50:02  cri 


​ຫວ່າງ​ບໍ່​ດົນ​ມາ​ນີ້​ຢູ່​ເມືອງ​ຕຣີຊິວ ທາງ​ພາກ​ກາງ​ອິນ​ເດຍ​ຊາຍໜຸ່ມ​ອາຍຸ 25 ປີ ທີ່​ຊື່Abeesh P. Dominic  ​ໄດ້​ທັບ​ໝາກພ້າວ​​ແຕກ​ດ້ວຍ​ມື​ເປົ່າ ​ເຖິງ 124 ໜ່ວຍ​ພາຍ​ໃນ 1 ນາທີ ​ແລະ​ກາຍ​ເປັນ​ສະຖິຕິ​ໂລກ​ບັນທຶກ​ໄວ້​ໃນກິ​ເນັສບຸກ. ສະຖິຕິ​ເທື່ອ​ນີ້​ໄດ້​ກຳ​ນົດ​ເວລາ 60 ວິນາທີ, ​ແຕ່​ Abeesh P. Dominic ​ສາມາດ​ແກະ​ກາບ​ໝາກພ້າວ​ໄດ້ 145 ໜ່ວຍ​ດ້ວຍ​ສອກ​ຂວາ​ບໍ່​ຮອດ 50 ວິນາທີ, ​ໃນ​ນັ້ນ, ມີ 124 ໜ່ວຍ​ໄດ້​ຖືກ​ທັບ​ແຕກ. ສ່ວນຜູ້​ສ້າງ​ສະຖິຕິ​ຖັດມາ​ແມ່ນ​ຊາວ​ເຢຍລະ​ມັນ​ທີ່​ຊື່Muhamed Kahrimanovic ​ໂດຍ​ສາມາດ​ທັບ​ແຕກ​ໄດ້ 118 ໜ່ວຍ​ພາຍ​ໃນ​ໜຶ່ງ​ນາທີ.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ