ສະພາ​ຕ່ຳ​ອັງ​ກິດ​ອະພິປາຍ​ບັນຫາ​ການເຊີນ​ປະທານາທິບໍດີ​ອາ​ເມ​ລິ​ກາ​ຢ້ຽມ​ຢາມ​ທາງ​ລັດຖະກິດ​ຫຼື​ບໍ່
2017-02-21 16:38:42  cri 
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ວັນ​ທີ 20 ກຸມພາ​ນີ້, ​ສະພາ​ຕ່ຳ​ອັງກິດ​ໄດ້​ອະ​ພິປສບບັນຫາການ​ເຊີນ​ທ່ານ​ ​ໂດ​ນັນ ທຣຳ ປະທານາທິບໍ​ດີ​ອາ​ເມ​ລິ​ກາຢ້ຽມຢາມ​ປະ​ເທດ​ຕົນທາງ​ລັດຖະກິດຫຼື​ບໍ່ ຕາມຄຳ​ຮ້ອງ​ຂໍ​ຂອງ​ປະຊາ​ຊົນ. ຂະນະ​ທີ່​ເຈົ້າ​ໜ້າ​ທີ່ ກະຊວງ​ການ​ຕ່າງປະ​ເທດ​ອັງກິດກ່າວ​ວ່າ: ​ເຖິງ​ວ່າ​ມີ​ປະຊາຊົນ ​ແລະ​ສະມາຊິກ​ສະພາ​ຈຳນວນ​ໜຶ່ງ​ຄັດຄ້ານ, ​ແຕ່​ການ​ຢ້ຽມຢາມ​ທາງ​ລັດຖະກິດຈະ​ຈັດ​ຂຶ້ນ​ຕາມ​ ກຳນົດ. ທັງ​ນີ້​ໄດ້ມີ​ປະຊາຊົນລອນ​ດອນຫຼາ​ຍພັນ​ຄົນ​ເຕົ້າ​ໂຮມ​ຢູ່​ນອກ​ຕຶກ​ອາຄານ​ສະພາ​ອັງກິດ ​ເພື່ອ​ຄັດຄ້ານ​ການ​ຢ້ຽມຢາມ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ.

ກ່ອນ​ໜ້າ​ນີ້​ຄືວັນ​ທີ 14 ກຸມພາ​ນີ້, ລັດຖະບານ​ອັງກິດ​ໄດ້​ປະຕິ​ເສດ​ຄວາມ​ຮຽກ​ຮ້ອງ​ຂອງ​ປະຊາຊົນ​​ໃຫ້​ຍົກ​ເລີກ​ການ​ຢ້ຽມຢາມ​ຂອງ​ທ່ານ ​ໂດ​ນັນ ທຣຳ ຢ່າງ​ເປັນ​ທາງ​ການ. ທັງ​ນີ້​ໃນການອະພິປາຍ​ດັ່ງກ່າວ​​ເປັນພຽງ​ແຕ່ຮູບ​ການ​ເທົ່າ​ນັ້ນ, ບໍ່ມີານປ່ອນ​ບັດ​ ແລະ​ບໍ່​ມີ​ການບີບ​ຮັດ​ຕໍ່​ລັດຖະບານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ