ທ່ານ Vitaly Churkin ຜູ້​ຕາງໜ້າ​ຖາວອນ​ຣັດ​ເຊຍ​ປະຈຳ​ສປຊ​​ເຖິງ​ແກ່​ມໍລະນະ​ກຳ​ແລ້ວ
2017-02-21 16:46:41  cri 

ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ວັນ​ທີ 20 ກຸ​ມພາ​ນີ້, ທ່ານ Vitaly Churkin ຜູ້​ຕາງໜ້າ​ຖາວອນ​ຂອງຣັດ​ເຊຍ​ປະຈຳ​ສ​ະຫະປະຊາ​ຊາດ​ໄດ້​ເຖິງ​ແກ່​ມໍ​ລະນະ​ກຳ​ແລ້ວ​ຢູ່​ນິວຢອກ ​ແລະ​ໃນ​ໂອກ​າດດຳ​ເນີນກອງ​ປະ​ຊຸມຂອງ​ສະມັດຊາ​ໃຫຍ່ສປຊຄັ້ງ​ທີ 71 ​ໃນ​ມື້​ດັ່ງກ່າວ, ຜູ້​ແທນ​ໄດ້​ລຸກ​ຂຶ້ນກົ້ມ​ຫົວ​ໄວ້ອາ​ໄລ​ໜຶ່ງ​ນາທີ.

ຄະນະ​ຜູ້​ຕາງໜ້າ​ຖາ​ວອນຣັດ​ເຊຍ​ປະຈຳ​ສປຊກ່າວວ່າ: ທ່ານ Vitaly Churkin ​ໄດ້​ເຖິງ​ແກ່​ມໍລະນະ​ກຳຢູ່​ຫ້ອງ​ເຮັດ​ວຽກ, ຂະນະ​ທີ່ວັນ​ທີ 21 ກຸມພາ​ນີ້​ທ່ານ​ຈະ​ມີ​ອາ​ຍຸ 65 ປີ. ​ແນວ​ໃດ​ກໍ​ດີ​ສາ​​ເຫດ​ການມໍລະນະ​ກຳ​ຂອງ​ທ່ານ Vitaly Churkin ນັ້ນ​ຍັງ​ບໍ່​ທັນ​​ໄດ້​ຮັບ​ການ​ເປີດ​ເຜີຍ​ເທື່ອ.

ທ່ານ Vitaly Churkin ​​ເກີດຢູ່​ນະຄອນຫຼວງ​ມົດ​ສະ​ກູ​​ໃນ​ວັນ​ທີ 21 ກຸ​ມພາ​ປີ 1952, ຫຼັງ​ຈົບການ​ສຶກສາຈາກ​ສະ​ຖາ​ບັນການ​​ພົວພັນ​ສາກົນມົດ​ສະ​ກູ ​ກໍ​ໄດ້​ເຮັດ​ວຽກ​ທາງ​ການ​ທູດ. ມາ​ເຖິງເດືອນ​ເມສາ​ປີ 2006, ທ່ານ​ໄດ້​ດຳ​ລົງ​ຕຳ​ແໜ່​ງ​ເປັນຜູ້​ຕາງໜ້າ​ຖາວອນຣັດ​ເຊຍ​ປະຈຳ​ສປຊ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ