ສປປ ​ເກົາ​ຫຼີປະນາມການ​ຊ້ອມ​ຮົບ​ຮ່ວມ​ອາ​ເມ​ລິ​ກາ-ສ​ເກົາຫຼີ​ເປັນ​ການ​ຊ້ອມ​ຮົບ​ສົງຄາມ​ຮຸກ​ຮານ​ທີ່​ເລັງ​ເປົ້າປະ​ເທດ​ຕົນ
2017-02-22 10:56:58  cri 
ໜັງສືພິມ​ໂຣດົງ​ຊິ​ມູນ ສຽງ​ຂອງ​ສູນ​ກາງ​ພັກ​ແຮງ​ງານ​ສປປ ​ເກົາຫຼີ​ສະບັບ​ວັນ​ທີ 21 ກຸມພາ​ນີ້​ໄດ້​ລົງ​ພິມ​ບົດ​ວິຈານ​​ໂດຍ​ກ່າວ​ປະນາມ​ວ່າການ​ຊ້ອມ​ຮົມ​ຮ່ວມ​ອາ​ເມ​ລິ​ກາ-ສ ​ເກົາຫຼີ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມີນາ​ທີ່​ຈະ​ມາ​ເຖິງ​ນັ້ນ​ເປັນ​ການ​ຊ້ອມ​ຮົບ​ສົງຄາມ​ຮຸກ​ຮານທີ່​ເລັງ​ເປົ້າໃສ່ປະ​ເທດ​ຕົນ​ຫຼັງ​ຢ້ຳມາ​ຕະຫຼອດ​ຈະ​ໂຈມ​ຕີ​ດ້ວຍ​ອາວຸດ​ນິວ​ເຄລຍກ່ອນ.

ເນື້ອ​ໃນບົດ​ຄວາມ​ຂຽນ​ວ່າ: ການ​ຊ້ອມ​ຮົບ​ຮ່ວມ​ປີ​ນີ້​ຈະ​ມີ​ຂະໜາດ​ໃຫຍ່​ທີ່​ສຸດ​ໃນ​ປະຫວັດສາດ ​ເຊິ່ງຈະ​ເຮັດ​ໃຫ້​ສະ​ຖານະການ​ກາຍ​ເປັນ​ຄວາມອັນຕະລາຍ​ທີ່​ສຸດ. ການ​ຊ້ອມ​ຮົບ​ຮ່ວມ​ອາ​ເມ​ລິ​ກາ-ສ ​ເກົາຫຼີ​ບໍ່​ພຽງ​ແຕ່​ຈະ​ກະ​ຕຸ້ນ​ສະຖານະ​ການ​ຢູ່​ແຫຼມ​ເກົາຫຼີ​ແລະ​ພາກ​ພື້ນ​ໃຫ້​ຮຸນ​ແຮງ​ຂຶ້ນ​ເທົ່າ​ນັ້ນ ​ແຕ່ຍັງ​ຈະ​ສ້າງ​ສະພາບທີ່​ຈະ​ເກີດ​ສົງຄາມ​ໄດ້​ທຸກ​ເວລາ. ທັງ​ນີ້​ໃນການ​ຊ້ອມ​ຮົມ​ດັ່ງກ່າວ​ຈະ​ປະຕິບັດ​ແຜນ​ສູ້​ຮົບ4D​ແລະ​ຝຶກ​ຊ້ອມ​ລະບົບ​ຕ້ານ​ຂີ​ປະ​ນາ​ວຸດ "THAAD" ​ໂດຍຈະ​ເປັນ​ໄພ​ຂົ່ມຂູ່​ຢ່າງ​ໜັກ​ໜ່ວງຕໍ່​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ອ້ອມ​ຂ້າງ​ແຫຼມ​ເກົາຫຼີ,ຂະນະ​ທີ່ກ​ວົງ​ການ​ຕ່າງໆ​ຈະ​ອອກ​ມາຕຳ​ໜິຢ່າງ​ຮຸນ​ແຮງ.

ນັບ​ແຕ່​​​ແຫຼມ​ເກົາຫຼີ​ຢຸດ​ຍິງ​​ເມື່ອ​ປີ 1953 ​ເປັນ​ຕົ້ນ​ມາ, ສ ​ເກົາຫຼີ​ແລະ​ອາ​ເມ​ລິ​ກາ​ໄດ້​ຈັດການ​ຊ້ອມ​ຮົບ​ຮ່ວມ​ຢ່າງ​ຂະໜາດ​ໃຫຍ່​ທຸກ​ປີ, ສ່ວນສປປ ​ເກົາຫຼີກໍ​ໄດ້ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ຊ້ອມ​ຮົບ​ຮ່ວມ​ດັ່ງກ່າວ ​ແລະ​ຖື​ເປັນ​ມາດ​ຕະການ​ຂົ່ມຂູ່​ທີ່​ເປັນ​ປໍ​ລະ​ປັກ​ກັບສປປ ​ເກົາຫຼີ​ມາ​ໂດຍ​ຕະຫຼອດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ