ຈີນ, ລາວ, ມຽນມາ ​ແລະ ​ໄທ ​ເລີ່​ມລາດຕະ​ເວນ​ຮ່ວມ​ຕາມ​ລຳ​ແມ່​ນ້ຳຂອງ​ຄັ້ງທີ 55
2017-02-22 15:18:33  cri 

ຂະ​ແໜງ​ການ​ປະຕິບັດ​ກົດໝາຍ​ຂອງຈີນ, ລາວ, ມຽນມາ ​ແລະ ​ໄທ ​ໄດ້​ເລີ່​ມຕົ້ນການລາດຕະ​ເວນ​ແລະ​ປະຕິບັດ​ກົດ​ໝາຍ​ຮ່ວມ​ຕາມ​ລຳ​ແມ່​ນ້ຳຂອງ​ຄັ້ງທີ 55 ຢູ່​ທ່າ​ເຮືອ​ກ່ວນ​ເລີ້​ຍ ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ ​ແຂວງ​ຢຸນນານ ສປ ຈີນ ​ໃນ​ວັນ​ທີ 21 ກຸມພາ​ນີ້ ​ເພື່ອ​ເພີ່ມ​ຄວາມ​ເຂັ້ມງວດ​ໃນ​ການ​ແກ້​ໄຂ​ບັນຫາ​ຄວາມ​ບໍ່ສະຫງົບ​ຕາມ​ເຂດ​ລ້ອງ​ແມ່​ນ້ຳຂອງທີ່​ພົ້ນ​ເດັ່ນ​ຂຶ້ນ. ການ​ລາດ​ຕະ​ເວນ​ປະຕິບັດ​ກົດໝາຍ​ຮ່ວມ​ເທື່ອ​ນີ້​ຈະ​ເດີນທາງກວ່າ 500 ກິ​ໂລ​ແມັດ ​ແລະ​ຜ່ານ​ຊາຍ​ແດນ​ທາງ​ນ້ຳ​ຈຸດ​ຕິດ​ຈອດ​ກັນ​ລະຫວ່າ​ວຈີນ​-ມຽນມາ ​ແລະ ລາວ-ມຽນມາ.

ກ່ອນ​ໜ້າ​ນີ້, ຂະ​ແໜງ​ການ​ປະຕິບັດ​ກົດ​ໝາຍ​ຂອງ 4 ປະ​ເທດ​​ໄດ້​ຈັດ​ກອງ​ປະຊຸມ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ກອງ​ປະຊຸມ​ຮ່ວມ​ຜູ້​ບັນຊາ​ການ ຢູ່​ກິ່ງ​ແຂ​ວາງ​ສິບ​ສອງ​ພັ່ນ​ນາ ​ເພື່ອ​ແຈ້ງ​ສະພາບ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່ຜິດ​ກົດໝາຍ​ແລະ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ໃຫ້​ກັນຊາບ​ ​ແລະ​ຮ່ວມ​ສຶກສາວິ​ເຄາະສະພາບ​ຄວາມ​ສະຫງົບ​ແລະ​ບັນຫາ​ພົ້ນ​ເດັ່ນ​ໃນ​ເຂດ​ແມ່​ນ້ຳຂອງ ທັງ​ຫາລື​ແລະ​ຕົກລົງ​ແຜນການ​ເຄື່ອນ​ໄຫວ​ແລະ​ແຜນ​ຮັບ​ມື​ລ່ວງ​ໜ້າ ​ເພື່ອ​ເຮັດ​ໃຫ້ການລາດຕະ​ເວນ​ແລະ​ປະຕິບັດ​ກົດ​ໝາຍ​ຢ່າງ​ມີ​ຈຸດ​ສຸມ​​ແລະ​ມີ​ຄວາມ​​ແນ່ນອນຍິ່ງ​ຂຶ້ນ ທັງ​ຮັບປະກັນ​ໃຫ້ການ​​ເຄື່ອນ​ໄ​ຫວເທື່ອ​ນີ້ບັນລຸຜົນສຳ​ເລັດ​ຕາມຄາດ​ໝາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ