ຈີນ​ຮຽກຮ້ອງ​​ໃຫ້​ອາ​ເມ​ລິ​ກາ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ທະ​ເລ​ຈີນ​ໃຕ້
2017-02-22 16:49:59  cri 
​ເວັບ​ໄຊ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ລາຍ​ງານ​ວ່າ:ທ່ານ​​ເກິ​ງສວ່າງ ​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​​ໂອກາດ​ຕອບ​ຄຳຖາມ​ຂອງ​ນັກ​ຂ່າວ​ໃນ​ການ​ຖະ​ແຫຼງຂ່າວ​ເມື່ອ​ວັນ​ທີ 21 ກຸມພາ​ນີ້​​ໂດຍຫວັງ​ໃຫ້​ອາ​ເມ​ລິ​ກາ​ເຮັດ​ເລື່ອງ​ທີ່​​ເປັນຜົນ​ດີ​ຕໍ່​ສັນຕິພາບ​ແລະ​ສະ​ຖຽນລະ​ພາບ​ຂອງ​ພາກ​ພື້ນ​ທະ​ເລ​ຈີນ​ໃຕ້.

ທ່ານ​ກ່າວ​ຕື່ມ​ວ່າ,​ແຕ່​ໃດ​ມາ​ຈີນ​​ໄດ້​ເຄົາລົບ​​ເສລີພາບ​ຂອງ​ປະ​ເທດ​ຕ່າງໆ​ໃນການ​ເດີນ​ເຮືອ​ແລະ​ການບິນ​ຜ່ານທະ​ເລ​ຈີນ​ໃຕ້​ໂດຍ​ອີງ​ຕາມ​ກົດໝາຍ​ສາກົນ,​ແຕ່​ກໍ​ຄັດຄ້ານ​ປະ​ເທດ​ກ່ຽວຂ້ອງ​ທີ່ຖື​ຄັນ​ທຸງ "​ເສລີພາບ​ການ​ເດີນ​ເຮືອ​ແລະ​ບິນ​ຜ່ານ"​ເປັນ​ຄັນ​ຕາ​ລະ​ບັດ,ຂົ່ມຂູ່​ແລະ​ທຳລາຍ​ອະທິປະ​ໄຕ​ແລະ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ລຽບ​ຕາມ​ທະ​ເລ.ຫຼັງຈີນ​ແລະ​ປະ​ເທດ​ອາ​ຊຽນ​ພະຍາຍາມຮ່ວມ​ກັນ​ໂດ້​ເຮັດ​ສະຖານະ​ການ​ຢູ່​ທະ​ເລ​ຈີນ​ໃຕ້​​ມີ​ຄວາມ​ໝັ້ນຄົງ​ແລະ​ພັດທະນາ​ໄປ​ສູ່​ທິດ​ທີ່​ດີ​ແລະ​ຕັ້ງໜ້າ.​ແນວ​ໃດ​ກໍ​ດີກໍຫວັງ​ໃຫ້​ປະ​ເທດ​ກ່ຽວຂ້ອງ​ໂດຍ​ສະ​ເພາະ​​ປະ​ເທດ​ນອກ​ພາກ​ພື້ນ​​ເຄົາລົບ​ຄວາມ​ພະຍາຍາມ​ຂອງ​ຈີນ​ແລະ​ປະ​ເທດ​ອາ​ຊຽນ,ປົກ​ປັກ​ຮັກສາ​ແລະສ້າງທ່ວງທ່າ​ທີ່ດີ​ແລະ ຕັ້ງໜ້າ​ໃນ​ປັດຈຸບັນ,​ເຮັດ​ເລື່ອງ​ທີ່​​ເປັນ​ຜົນ​ດີ​ຕໍ່​ສັນຕິພາບ​ແລະ​ສະ​ຖຽນລະ​ພາບ​ຂອງ​ພາກ​ພື້ນ​ທະ​ເລ​ຈີນ​ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ