ຊ່ຽວຊານການ​ແພດ​ກຳປູ​ເຈຍຮ່ວມ​ສຳ​ມະ​ນາ​ຢູ່​ເມືອງ​ຄຸນ​ໝິງ
2017-02-22 17:04:43  cri 
ຕາມ​ຂ່າວສານ​ຈີນ:ວັນ​ທີ 21 ກຸມພາ​ນີ້,ຄະນະ​​ຄຸ້ມ​ຄອງ​ການ​ປິ່ນປົວຂະ​ແໜງ​ການສາທາລະນະ​ສຸກ​ກຳປູ​ເຈຍ​ໄດ້​ສຳ​ເລັດການ​ແລ​ກປ່ຽນ​ບົດຮຽນ​ຢູ່​ແຂວງ​ຢຸນນານ​ປະ​ເທດ​ຈີນ​ແລ້ວ​ຫຼັງດຳ​ເນີນ​ມາ​ເປັນ​ເວລາ 8 ວັນ​ໂດຍທ່ານ​​ໂປຣິຊີ ຫົວໜ້າ​ພະ​ແນ​ກເຕັກ​ໂນ​ໂລ​ຊີ​ອົງການ​ສາທາລະນະ​ສຸກ​ນະຄອນ​ພະນົມ​ເປັນ​ກ່າວ​​ວ່າ,ຜ່ານ​ການ​ແລກປ່ຽນ​ບົດຮຽນເທື່ອ​ນີ້,​ສຳ​ມະ​ນາກອນ​ໄດ້​​ສົນ​ໃຈ​ຫຼາຍຕໍ່​ການ​ແພດ​ແລະ​ຢາ​ພື້ນ​ເມືອງ​ຈີນ​ແລະ​ຫວັງ​ຢ່າງ​ຍິ່ງ​ວ່າ​ຈະ​ສາມາດ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ການ​ແພດ​ແລະ​ຢາ​ພື້ນ​ເມືອງ​ຈີນ.

ທ່ານກ່າວ​ຕື່ມ​ວ່າ,​ເຖິງ​ວ່າ​ກຳ​ປູ​ເຈຍ​ມີ​ສະ​ຖາ​ບັນ​ຄົ້ນຄວ້າ​ຢາ​ພື້ນ​ເມືອງ​ກໍ​ຕາມ,​ແຕ່​ພັດ​ບໍ່​ມີ​ສູນ​ປິ່ນປົວ.ສ່ວນ​ສັບພະ​ຄຸນ​ຂອງ​ຢາ​ພື້ນ​ເມືອງ​ຈີນ​ຈຳນວນ​ໜຶ່ງ​ໄດ້​ລື່ນ​​ຢາ​ຫຼວງ​ໂດຍຄົນ​ເຈັບ​ກຳປູ​ເຈຍ​ຫຼາຍໆ​ຄົນ​ກໍ​ຕ້ອງການ​ຮັກສາ​ດ້ວຍ​ຢາ​ພື້ນ​​ເມືອງ​ຈີນ.ດ້ວຍ​ເຫດ​ນີ້ຈຶ່ງ​ຫວັງ​ໃຫ້​ກຳປູ​ເຈຍ-ຈີນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ສ້າງ​ສູນ​ຄົ້ນຄວ້າ​ແລະ​ສູນ​ຮັກສາ​ດ້ວຍ​ຢາ​ພື້ນ​ເມືອງ.

ທ່ານ​ລູ້​ຫຼິນ ຮອງ​ຫົວໜ້າ​ຄະນະ​ກຳມະການ​ສາທາລະນະ​ສຸກ​ແລະ​ການ​ວາງ​ແຜນ​ຄອບຄົວ​ແຂວງ​ຢຸນນານ​ໃຫ້​ຮູ້​ວ່າ,ນີ້​ແມ່ນ​ເທື່ອ​ທີ​ສາມ​ທີ່​ກອງ​ທຶນ​ພັດທະນາ​ສັນຕິພາບ​ຈີນ​ແລະ​ກະຊວງ​ສາທາລະນະ​ສຸກ​ກຳປູ​ເຈຍ​ຄັດ​ເລືອກ​ນັກວິຊາການ​ລະດັບ​ຊ່ຽວຊານ 5 ທ່ານ​ເຂົ້າ​ຮ່ວມ​ອົບຮົມ​ແລກປ່ຽນ​ຢູ່​ແຂວງ​ຢຸນນານ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ