ເລີ່​ມ​ເຈລະຈາ​ສັນຕິພາບ​ຊີຣີຮອບ​ໃໝ່​ຢູ່​ເຊີ​ແນວ
2017-02-23 11:14:36  cri 

ທ່ານ​ສະຕາ​ເຟນ ​ເດີ ມິ​ສຕູຣາ ທູດ​ພິ​ເສດ​​ເລ​ຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ບັນຫາ​ຊີຣີ ​ໄດ້​ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​ຢູ່​ເຊີ​ແນວ ປະ​ເທດ​ສະ​ວິສ ​ໃນ​ວັນ​ທີ 22 ກຸມພາ​ນີ້​ວ່າ: ການ​ເຈລະຈາ​ສັນຕິພາບຊີຣີຮອບ​ໃໝ່​ຈະ​​ເລີ່​ມຂຶ້ນຢູ່​ເຊີ​ແນວ​​ແຕ່​ວັນ​ທີ 23 ​ເດືອນນີ້ເປັນຕົ້ນ​ໄປ, ຂະນະ​ທີ່​ຈຸດ​ສຳຄັນ​ຂອງ​ການ​ເຈລະຈາ​ຮອບ​​ໃໝ່​ນີ້ຈະ​ເນັ້ນຊຸກຍູ້​ຂະ​ບວນການ​ແກ້​ໄຂວິ​ກິດ​ການ​ຊີຣີທາງ​ການ​ເມືອງ ​ໂດຍ​ອີງ​ຕາມ​ແຜນ​ທີ່​ລະບຸ​ໄວ້​ໃນ​ມະຕິ​ຕົກລົງ​ເລກທີ 2254 ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ.

ຂ່າວ​ແຈ້ງວ່າ, ການ​ເຈລະຈາ​ສັນຕິພາບ​ຮອບ​ນີ້​ຈະ​ສຸມ​ໃສ່​ປຶກສາ​ຫາລື​ 3 ບັນຫາ ຄື ໜຶ່ງ, ສ້າງຕັ້ງລັດຖະບານ​ຊົ່ວຄາວ​ທີ່​ເຊື່ອ​ຖື​ໄດ້, ກວມ​ລວມ ​ແລະ​ບໍ່​ກ່ຽວ​ກັບ​ສາສະໜາ. ສອງ, ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່ ​ແລະ ກຳນົດ​ຕາຕະລາງ​ເວລາ ​ແລະ ສາມ, ພາ​ຍ​ໃຕ້​ການ​ຕິດຕາມ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ແລະ ​ເງື່ອນ​ໄຂ​ເບື້ອງ​ຕົ້ນທີ່​ຮັບຜິດຂອບ​ເພື່ອ​ປະຊາຊົນ​ຊີຣີທຸກ​ຖ້ວນ​ໜ້າ ຮັບປະກັນ​ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ຊີຣີ​ຢ່າງ​ເສລີພາບ​ແລະ​ທ່ຽງ​ທຳ ຕາມ​ມາດຕະຖານ​ສູງ​ສຸດ​ຂອງສາກົນ.

ທ່ານ​ເດີ ມິ​ສຕູຣາ ກ່າວ​ຕື່ມ​ວ່າ: ຕົນ​ບໍ່​ໄດ້​ຄາດ​ໝາຍ​ວ່າ​ການ​ເຈລະຈາ​ສັນຕິພາບ​ຮອບ​ນີ້ຈະ​ບຸກທະລຸ​ໃນ​ບາງ​ບັນຫາຫຼືບໍ່ ​ແຕ່​ກໍຫວັງ​ວ່າ​ຝ່າຍ​ຕ່າງໆ​ຈະ​ສະ​ແດງໃຫ້​ເຫັນ​ເຖິງ​ທ່າ​ທີ​ທີ່​ຊຸກຍູ້​ການ​ແກ້​ໄຂ​ບັນຫາ​ດ້ວຍ​ຊ່ອງ​ທາງ​ການ​ເມືອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ