ຂະ​ແໜງ​ການ​ຜະລິດ​ຈະ​ກາຍ​ເປັນ​ຂະ​ແໜງ​ການ​ບູລິ​ມະ​ສິດ​ສຳລັບ​ວິ​ສາ​ຫະກິດ​ເອກະ​ຊົນ​ຂອງ​ຈີນທີ່​ໄປ​ລົງທຶນ​ຢູ່​ອາ​ຊຽນ
2017-02-23 16:21:04  cri 
ຕາມ​ຂ່າວສານ​ຈີນ: ກອງ​ປະຊຸມ​​ເວທີປຶກສາ​ຫາລື​ປ່ຽນ​ແປງ​ວິທີ​ການ​ເຕີບ​ໂຕ​​ແລະ​ການ​ພັດທະນາຂອງ​ວິ​ສາ​ຫະກິດ​ບໍ່​ຂຶ້ນ​ກັບ​ລັດ​ເຂດ​ກວາງຊີ​ 2017 ​ແລະ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງໜານ​ໜິງ​ ​ແຕ່​ວັນ​ທີ 22 ຫາ 23 ກຸມພາ​ນີ້ ​ແລະ​ໃນ​ໂອກາດ​ດັ່ງກ່າວ, ​ທ່ານ​ອີ້​ເວ​ເຟິງ ຜູ້​ຊ່ວຍ​ຫົວໜ້າ​ສະ​ຖາ​ບັນ​ການ​ຄ້າ ທັງ​ເປັນສາ​ສະ​ດາ​ຈານ​ຄະນະ​ເສດຖະກິດ​ແລະ​ການ​ທະນາຄານຂອງ​ມະຫາວິທະຍາ​ໄລ​ຕົວ​ເມືອງ​ຮົງ​ກົງ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວວ່າ ຄຽງ​ຄູ່​ກັບ​ການ​ເຊັນ​ສັນຍາ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ, ຂະ​ແໜງ​ການ​ຜະລິດ​ຈະ​ກາຍ​ເປັນ​ຂະ​ແໜງ​ການ​ບູລິ​ມະ​ສິດ​ສຳລັບ​ວິ​ສາ​ຫະກິດ​ເອກະ​ຊົນ​ຂອງ​ຈີນ​ທີ່ໄປ​ລົງທຶນ​ຢູ່​ອາ​ຊຽນ.

ທ່ານ​ອີ້​ເວ​ເຟິງກ່າວ​ວ່າ, ທຸກ​ທ່ານມີ​ຄວາມ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ເສດຖະກິດ​ຂອງ​ລາວ, ຫວຽດນາມ, ມາ​ເລ​ເຊຍ ​ແລະ​ຟີ​ລິບ​ປິນ, ຂະນະ​ທີ່​ຈີນ​ກັບປະ​ເທດ​ເຫຼົ່າ​ນີ້​​ໄດ້ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ, ຈາກ​ນີ້ວິ​ສາ​ຫະກິດ​ເອກະ​ຊົນ​ຂອງ​ຈີນ​ຈະ​ເລັ່ງບາດ​ກ້າວ​ໄປ​ລົງທຶນ​ຢູ່​ປະ​ເທດ​ເຫຼົ່າ​ນີ້.

ທ່ານ​ຢາງ​ໄຫ ຜູ້​ຊ່ຽວຊານ​ຮົງ​ກົງ​ທີ່​ຄົ້ນຄວ້າ​ຂະ​ແໜງ​ວິຊາ​ຈຳໜ່າຍ​​ໃນ​ຕະຫຼາດ​ກໍກ່າວ​ວ່າ, ​ເພື່ອ​ຫຼີກ​ເວັ້ນຄວາ​ມ​ຂັດ​ແຍ້​ງດ້ານ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໄດ້, ມີ​ຫຼາຍ​ວິ​ສາ​ຫະກິດ​ໄປ​ລົງທຶນ​ຢູ່​ຕ່າງປະ​ເທດ ​ແລະ​ເນື່ອງ​ຈາກປະ​ເທດ​ອາ​ຊຽນ​ໃກ້​ກັບ​ຈີນ ​ແລະ​ຍັງ​ມີ​ສັນຍາ​ການ​ຄ້າ​ເສລີ​ກັບ​ຈີນ​ນັ້ນ, ປະ​ເທດ​ອາ​ຊຽນ​ຈິ່ງໄດ້​ກາຍ​ເປັນ​ຈຸດໝາຍ​ປາຍທາງ​ບູລິ​ມະ​ສິດ​ດ້ານ​ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ