ສິງກະ​ໂປ​ເປີດ​ບໍລິການລົດ​ຕັກ​ຊີ​ທີ່​ໃຊ້​ພະລັງງານ​ໄຟຟ້າ​​ຢ່າງ​ເປັນ​ທາງ​ການ
2017-02-24 16:51:56  cri 

ຂະ​ບວນ​ລົດ​ຕັກ​ຊີ​ທີ່​​ໃຊ້​ພະລັງງານ​ໃໝ່​ຂະ​ບວນທຳ​ອິດ​ຂອງ​ສິງກະ​ໂປ​ເຊິ່ງນຳ​ໃຊ້ລົດ​ພະລັງງານ​​ໄຟຟ້າ​ພຽງຢ່າງ​ດຽວBYD e6 ຂອງຈີນ 100 ຄັນ​ເຊິ່ງ​ເປັນ​ຂະ​ບວນໃຫຍ່​ທີ່​ສຸດ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໄດ້​ເປີດ​ບໍລິການ​ຢ່າງ​ເປັນ​ທາງ​ການ​ໂດຍ​ທ່ານ​ຈັນ​ຊຸນ​ຊິງ ລັດຖະມົນ​ຕີ​ຫ້ອງ​ວ່າການ​ນາຍົກລັດຖະມົນຕີສິງກະ​ໂປ, ທ່ານ​​ເຈິ້ງ​ຊາວ ທີ່​ປຶກສາ​ຊັ້ນ​ອັກຄະ​ລັດຖະທູດ​ສະຖານທູດ​ຈີນ​ປະຈຳ​ສິງ​ກະ​ໂປ, ທ່ານ​ຫຼິວ​ເສ​ລ້ຽງ ຜູ້ອຳນວຍການ​ໃຫຍ່​ພະ​ແນ​ກພາກ​ຈຳໜ່າຍ​ລົດBYDອາຊີ​ປາຊີ​ຟິກ​ໄດ້​ຮ່ວມ​ກັນ​ຕັດ​ແຖບ​ຜ້າ​ໃນ​ພິທີ​ເປີດ​ບໍລິການ. ລົດ​ໃຊ້​ພະລັງງານ​ໄຟຟ້າ 100 ຄັນ​ດັ່ງກ່າວ​ຈະ​​ບໍລິການຊາວ​ເມືອງ​ສິງກະ​ໂປໂດຍ​ບໍ່​ຕ້ອງ​ນັດ​ຈອງ​ລ່ວງ​ໜ້າ,ຂໍ​ພຽງ​​​ແຕ່ໂບກ​ມື​ກໍ​ຈະ​ມີ​ລົດ​ຕັກ​ຊີ​ຈອດ​ຮັບ​ໃຫ້​ບໍລິການ​ທັນທີ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ