ການ​ເຈລະຈາ​ສັນຕິພາບ​​ຊີຣີຮອບ​ໃໝ່​ຈັດ​ຂຶ້ນຢູ່​ເຊີ​ແນວ
2017-02-24 10:49:35  cri 

ການ​ເຈລະຈາ​ສັນຕິພາບ​ກ່ຽວ​ກັບ​ບັນຫາ​ຊີຣີທີ່ຢຸດ​ຊະງັກ​ເຖິງ​ 10 ​ເດືອນ​ນັ້ນ ​ໄດ້​ເລີ່​ມຕົ້ນ​ໃໝ່​ແລ້ວ​ໃນ​ວັນ​ທີ 23 ກຸມພາ​ນີ້ຢູ່​ເຊີ​ແນວ ​ໂດຍທ່ານ​ສະຕາ​ເຟນ ​ເດີ ມິ​ສຕູຣາ ທູດ​ພິ​ເສດ​​ເລຂາທິການໃຫຍ່ອົງການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ບັນຫາ​ຊີຣີ ​ໄດ້​ຢືນຢັນ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ດັ່ງກ່າວ​ວ່າ: ຕົນ​ຈະ​​ປຶ​ກສາ​ຫາລື​ກັບຄະນະ​ຜູ້​ແທນລັດຖະບານ​ຊີຣີ​ໃນ​ຕອນ​ຄ່ຳ​ວັນ​ທີ 23 ​ແລະ ຄະນະ​ຜູ້​ແທນ​ຝ່າຍ​ຕໍ່ຕ້ານ​ໃນ​ວັນ​ທີ 24 ​ເພື່ອ​ສາມາດ​ກ້າວ​ໄປ​ສູ່​ການບັນລຸ​ການ​ຕົກລົງ​ໃນ​ຂໍ້​ປີກ​ຍ່ອຍ​ຕ່າງໆ ​ເຊັ່ນ ເວລາທີ່​ຈະ​ແຈ້ງ​ແລະ​ຮູບ​ການ​ເຈລະຈາ​ຮອບ​ນີ້​ເປັນຕົ້ນ ​ແລະ​ເຮັດ​ໃຫ້ການ​ເຈລະຈາ​ເຂົ້າສູ່​ການ​ປຶກສາ​ຫາລື​ເນື້ອ​ແທ້​​ໄດ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ທ່ານ​ເດີ ມິ​ສຕູຣາ ກ່າວ​ຕື່ມ​ວ່າ: ບັນຫາ​ຕົ້ນຕໍ​ຂອງ​ການ​ເຈລະຈາ​ສັນຕິພາບ​ຮອບ​ນີ້​ຍັງ​ຄົງ​​ເນັ້ນ​ໃສ່​ປຶກສາ​ຫາລື​ການ​ສ້າງຕັ້ງລັດຖະບານ​ຊົ່ວຄາວ, ການສ້າງ​ລັດຖະ​ທຳ​ມະນູນສະບັບ​ໃໝ່ ລວມທັງຈະ​ດຳ​ເນີນ​ການ​ເລືອກ​ຕັ້ງທົ່ວ​ໄປ​ຂຶ້ນ​ໃໝ່​ແນວ​ໃດ ​ແລະອື່ນໆ ​ໂດຍ​ທັງ​ໝົດ​ນີ້​ຢູ່​ບົນ​ພື້ນຖານຕາມ​ຄວາມ​ຮຽກຮ້ອງ​ທີ່​ລະບຸ​ໄວ້​ໃນ​ມະຕິ​ຕົກລົງ​ເລກທີ 2254 ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ