ປະທານາທິບໍດິຟິລິບ​ປິນສົນ​ໃຈ​​ບົດຮຽນ​ການ​ປົກຄອງ​ປະ​ເທດ​ແລະການ​ຄຸ້ມ​ຄອງ​ລັດ​ຂອງ​ພັກ​ກອມ​ມູນິດ​ຈີນ
2017-02-24 10:53:50  cri 

ທ່ານ​ຊົ້ງທ່າວ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຈີນ​ເດີນທາງ​ຢ້ຽມຢາມ​ຟິລິບ​ປິນ​ແຕ່​ວັນ​ທີ 19-22 ກຸມພາ​ນີ້. ຂະນະ​ທີ່​ທ່ານ​ໂຣ​ດຣີ​ໂກ ດູ​ເຕີ​ເຕ ປະທານ​ພັກ​ພະລັງ​ປະຊາຊົນ​ປະຊາທິປະ​ໄຕ, ປະທານາທິບໍດີຟິລິບ​ປິນ ກ່າວ​ວ່າ ​​ສົນ​ໃຈ​​ສູງ​ຕໍ່​ບົດຮຽນການ​ປົກຄອງ​ປະ​ເທດ​ແລະ​ການ​ຄຸ້ມ​ຄອງ​ລັດ​ຂອງ​ພັກ​ກອມ​ມູນິດ​ຈີນ ​ໃນ​ໂອກາດຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຈີນ.

ທ່ານ​ດູ​ເຕີ​ເຕ ກ່າວ​ວ່າ: ຟິລິບ​ປິນຫວັງ​ໃຫ້ສອງ​ປະ​ເທດ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ຢ່າງຮອບດ້ານ ​ເຊິ່ງພັກ​ພະລັງ​ປະຊາຊົນ​ປະຊາທິປະ​ໄຕ ກໍ​ຍິນ​ດີ​ເພີ່ມ​ທະວີ​ການ​ໄປມາ​ແລກປ່ຽນ​ຕາມ​ກົນ​ໄກ ​ແລະ ຊຸກຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແລະ​ການ​ຮ່ວມ​ມື​ໃຫ້​ເຂົ້າສູ່​ລວງ​ເລິກ. ນອກ​ນີ້, ທ່ານ​ດູ​ເຕີ​ເຕ ຍັງ​ໄດ້ຢືນຢັນຫຼາຍ​ເທື່ອ​ຕໍ່​ທ່ານ​ຊົ້ງທ່າວ​ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນວ່າ: ຕົນ​ມີ​ຄວາມ​ສົນ​ໃຈ​ບົດຮຽນ​ການ​ປົກຄອງ​ປະ​ເທດ​ແລະການ​ຄຸ້ມ​ຄອງ​ລັດ​ຂອງ​ພັກ​ກອມ​ມູນິດ​ຈີນທີ່​ສຸດ ​ແລະ​ຈະ​ສົ່ງ​ພະນັກງານ​ພັກ​ຂອງ​ຕົນ ກໍ​ຄືຜູ້ນຳ​ທ້ອງ​ຖິ່ນ​ປະ​ເທດ​ຕົນ​ໄປ​ແລກປ່ຽນ​ແລະສຶກສາຄົ້ນຄວ້າຢູ່​ຈີນ​ໂດຍ​ໄວ.

ຫຼັງສຳ​ເລັດການພົບ​ປະ, ທ່ານ​ດູ​ເຕີ​ເຕ ປະທານາທິບໍດີ​ຟິລິບ​ປິນ​ກໍ​ໄດ້​ເປັນ​ສັກຂີພິຍານ​ໃນ​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຂອງທ່ານ​ຊົ້ງທ່າວ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ແລະ ທ່ານ​ອາ​ກີ​ລີ​ໂນ ປີ​ເມນ​ເຕວ ຫົວໜ້າ​ພັກ​ພະລັງ​ປະຊາຊົນ​ປະຊາທິປະ​ໄຕ, ປະທານ​ສະພາ​ສູງ​ຟິລິບ​ປິນ ວ່າ​ດ້ວຍ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ລະຫວ່າງ​ພັກ​ກອມ​ມູນິດ​ຈີນ-ພັກ​ພະລັງ​ປະຊາຊົນ​ປະຊາ​ທິປະ​ໄຕ​ຟິລິບ​ປິນ ​ເຊິ່ງ​ເປັນ​ຂີດໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ພັກ​ກຳ​ອຳນາດ​ຂອງ​ຈີນ​ແລະ​ຟິລິບ​ປິນ​ໄດ້​ໄຂ​ສັງກາດ​ໃໝ່​ແຫ່ງການ​ແລກປ່ຽນ​ກັນ​ຕາມ​ກົນ​ໄກ​ຢ່າງ​ເປັນ​ທາງ​ການ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ