ເຈົ້າໜ້າທີ່ຕຳຫຼວດມາເລເຊຍຖະແຫຼງໃນວັນທີ 26 ກຸມພານີ້ວ່າ: ບໍ່ໄດ້ພົບເຫັນສານພິດເສດເຫຼືອຢູ່ອາຄານ 2 ຂອງສະໜາມບິນສາກົນກົວລາລຳເປີທີ່ເປັນສະຖານທີ່ເກີດເຫດລອບຄາດຕະກຳຊາຍສປປ ເກົາຫຼີໃນກ່ອນໜ້ານີ້.
ຕອນຮຸ່ງເຊົ້າວັນທີ 26 ກຸມພານີ້, ເຈົ້າໜ້າທີ່ຕຳຫຼວດມາເລເຊຍໄດ້ສົ່ງໜ່ວຍວິຊາການໄປກວດສານພິດທີ່ເປັນອັນຕະລາຍຢູ່ອາຄານ 2 ຂອງສະໜາມບິນສາກົນດັ່ງກ່າວ. ຫຼັງຈາກນັ້ນ, ທ່ານອັບດູນ ຊາມາເຮີ ຜູ້ບັນຊາການຕຳຫຼວດຣັດເຊລາໂກ ປະເທດມາເລເຊຍເຊິ່ງເປັນຜູ້ຊີ້ນຳການປະຕິບັດງານເທື່ອນີ້ໄດ້ຖະແຫຼງຕໍ່ສື່ມວນຊົນວ່າ: ການປະຕິບັດການເທື່ອນີ້ແມ່ນເພື່ອຮັບປະກັນຢູ່ໃນອາຄານບໍ່ມີສິ່ງອັນຕະລາຍຕໍ່ການສ້າງມົນລະພິດ.
ວັນທີ 25 ກຸມພານີ້, ກະຊວງການຕ່າງປະເທດຫວຽດນາມອອກປະກາດແຈ້ງການວ່າ ຜູ້ຍິງຄົນໜຶ່ງທີ່ຢູ່ໃນເຫດລອບຄາດຕະກຳຊາຍສປປ ເກົາຫຼີຢູ່ມາເລເຊຍນັ້ນເປັນພົນລະເມືອງຫວຽດນາມ. ເວລາພົບປະກັບເຈົ້າໜ້າທີ່ຫວຽດນາມ, ນາງອ້າງວ່າ ຕອນເກີດເຫດຕົນຖືວ່າກຳລັງຖ່າຍທຳວິດີໂອເລື່ອງຕະຫຼົກ. ປະກາດແຈ້ງການລະບຸວ່າ ໃນໄລຍະທີ່ເຈົ້າໜ້າທີ່ມະເລເຊຍສືບສວນຄະດີດັ່ງກ່າວ, ກະຊວງການຕ່າງປະເທດຫວຽດນາມຈະປະສານງານຢ່າງໃກ້ຊິດກັບກະຊວງການຕ່າງປະເທດມາເລເຊຍ ຂະນະທີ່ຊອກຮູ້ຂັ້ນຕອນການຂໍຄວາມຊ່ວຍເຫຼືອທາງຕຸລາການທັງເຄົາລົບສິດທີ່ຊອບດ້ວຍກົດໝາຍຂອງພົນລະເມືອງຫວຽດນາມ.