ມາ​ເລ​ເຊຍ​ຢືນຢັນ​ຊາຍສປປ​ເກົາຫຼີ​ເສຍ​ຊີວິດຍ້ອນ​ສານພິດ
2017-02-27 20:39:54  cri 
ຕາມ​ຂ່າວສານ​ຊິນ​ຮວາ:ທ່ານ​ຊູບຣາມາ​ນຽນ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ມາ​ເລ​ເຊຍ​ກ່າວ​​ໃນ​ວັນ​ທີ 26 ກຸມພາ​ນີ້​ວ່າ,​ໄດ້​ສຳ​ເລັດ​ການ​ສັນ​ລະ​ສູດ​ສົບ​ຂອງ​ຊາຍສປປ​ເກົາຫຼີທີ່​ຖືກ​ລອບ​ສັງຫານ​ຢູ່​ສະໜາມ​ບິນ​ກົວ​ລາ​ລຳ​ເປີ​ນັ້ນ​ໂດຍ​ພື້ນຖານ​ແລ້ວ​ເຊິ່ງສາ​ເຫດການ​ເສຍ​ຊີວິດ​ມີ​ຄວາມ​ກົງກັນ​​ສູງ​ກັບລິດ​ຂອງ​ຢາພິດ​ເສັ້ນປະສາດ VX  ​ອາວຸດ​ເຄມີ​ທີ່​ພົບ​ຢູ່​ຮ່າງກາຍ​ຂອງ​ຜູ້​ເສຍ​ຊີວິດ.​ເນື່ອງຈາກ​ຄວາມ​ຮ້າຍ​ແຮງ​ຂອງ​ຢາ​ພິດ​ຈຶ່ງ​ເຮັດ​ໃຫ້ເສຍ​ຊີວິດ​ຢ່າງ​ເຈັບ​ປວດ​ທໍລະມານ​ພຽງ​ແຕ່ 15 ຫາ 20 ນາທີ​ເທົ່າ​ນັ້ນ.

ທ່ານ​ກ່າວ​ຕື່ມ​ວ່າ,ບົດ​ລາຍ​ງານ​ຜົນ​ການ​ສັນ​ລະ​ສູດ​ສົບ​ທີ່​ຄົບ​ຖ້ວນ​ຈະ​ມອບ​ໃຫ້​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ແລະ​ກ້າວ​ຕໍ່​ໄປ​ຂອງ​ຂະ​ແໜງການສາທາລະນະ​ສຸກກໍ​ຄືກວດ​ສອບ​ອັດ​ຕະລັກ​ຂອງ​ຊາຍສປປ​ເກົາຫຼີ​ໃຫ້​ສຳ​ເລັດ​ແລະວິທີ​ທີ່​ດີ​ທີ່​ສຸດ​ຍັງ​ຄົງ​​ໃຫ້​ຍາດຕິ​ພີ່ນ້ອງ​​​ເຂົ້າ​ຮ່ວມ​ການ​ປຽບທຽບ DNA,​ແຕ່​ຈະ​ໄດ້​ຕົວຢ່າງ DNA ຈາກ​ຍາດຕິ​ພີ່ນ້ອງ​ແນວ​ໃດ​ນັ້ນ​ຍັງ​ຕ້ອງການຄວາມ​ຊ່ວຍ​ເຫຼືອຈາກ​ຕຳຫຼວດ.ນອກ​ນີ້,ຂະ​ແໜງການ​ຕົນ​ຍັງ​ສາມາດ​ກຳນົດ​ອັດ​ຕະລັກ​ຂອງ​ຜູ້​ເສຍ​ຊີວິດ​ໂດຍ​ຜ່ານການໄຈ້​ແຍກ​ອົງ​ປະກອບ​ແຂ້ວ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ