ຂະ​ແໜງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ປະ​ເທດ​ເຢຍລະ​ມັນ​ເຜີຍ​ແຜ່​ການ​ກິນອາຫານ​ເຈ
2017-02-27 20:58:12  cri 
ສື່​ຕ່າງປະ​ເທດ​ລາຍ​ງານ​ວ່າ:ຜ່ານ​ມາ,ພາກ​ລັດ​ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ຈັດ​ກິດຈະກຳ​ຮັບ​ຕ້ອນ​ຫຼືງານ​ລ້ຽງ​ທີ່​ຈຳ​ເປັນ​ຈຳນວນ​ໜຶ່ງ,​ແຕ່​ໃນ​ຕໍ່ໜ້າ,ງານ​ລ້ຽງ​ຂອງ​ກະຊວງ​ອະນຸລັກ​ສິ່ງ​ແວ​ດລ້ອມ​ປະ​ເທດ​ເຢຍລະ​ມັນ​ຈະ​ໃຫ້​ມີ​ແຕ່​ອາຫານ​ເຈຄືບໍ່​ມີ​ປາຫຼືຊີ້ນ​ເພື່ອ​ເປັນການ​ເຜີຍ​ແຜ່​ການ​ກິນ​ອາຫານ​ເຈ​ແມ່ນ​ເພື່ອອະນຸລັກ​ສິ່ງ​ແວດ​ລ້ອມ.

ຂ່າວ​ລາຍ​ງານ​ວ່າ,ຫວ່າງ​ມໍ່ໆ​ນີ້,ຫົວໜ້າ​ໜ່ວຍ​ງານຕ່າງໆ​ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ເຢຍລະ​ມັນ​ໄດ້​ຮັບ​ອີ​ເມ​ວສະບັບ​ໜຶ່ງ​ທີ່​ຮຽກຮ້ອງ​​ໃຫ້​ຈັດ​ງານ​ລ້ຽງ​ດ້ວຍ​ການ​ສະໜອງ​ອາຫານ​ເຈ​ໃນ​​ໂອ ກາດຈັດ​ກິດຈະກຳ​ທາງ​ສັງຄົມ​ເປັນ​ຕົ້ນ​ງານລ້ຽງ​ໃນ​ຕໍ່ໜ້າພ້ອມ​ທັງ​ຄວນ​ເລືອກ​ເອົາ​ຜະລິດ​ຕະພັນ​ກະສິກຳ​ຕາມລະດູການຂອງ​ປະ​ເທດ​ຕົນໂດຍກະ​ຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຄວນ​ເປັນ​ແບບຢ່າງ​​ດ້ານ​ນີ້.ຂະນະ​ດຽວ​ກັນ,​ເຈົ້າ​ຂອງອີ​ເມ​ວຍັງ​ຮຽກຮ້ອງ​ບໍ່​ໃຫ້​ນຳໃຊ້​ພາຊະນະ​ທີ່​ໃຊ້​ໄດ້​ເທື່ອ​ດຽວ​ໃນ​ກິດຈະກຳ​ງານ​ລ້ຽງ​​ແລະສຸມ​ຄວາມ​ພະຍາຍາມ​ຫຼຸດຂີ້​ເຫຍື້ອ​ໃຫ້​ໜ້ອຍ​ລົງ.

​ໂຄ​ສົກ​ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ເຢຍລະ​ມັນ​ກ່າວ​ວ່າ,ຂໍ້​ກຳນົດ​ໃໝ່​ພຽງ​ແຕ່​​ເນັ້ນກິດຈະກຳ​ທາງ​ສັງຄົມ​ຕ່າງໆ​ເປັນ​ຕົ້ນ​ກອງ​ປະຊຸມ​ສຳ​ມະ​ນາ,ການ​ຖະ​ແຫຼງຂ່າວ​ທີ່​ຈັດ​ໂດຍ​ກະຊວງ​ຕົນ​ເທົ່າ​ນັ້ນ,ສ່ວນຮ້ານ​ອາຫານ​ສຳລັບ​ພະນັກງານ​ກະຊວງ​ຂອງ​ຕົນ​ຍັງ​ສະໜອງ​ອາຫານ​ປະ​ເພດ​ຊີ້ນ​ແລະ​ປາຕາມ​ເດີມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ