ປີ​ນີ້​ໄທ​ຈະ​ລົງທຶນ 25 ຕື້​ໂດ​ລາ​ສະຫະລັດກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ
2017-02-27 10:33:29  cri 
ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ແລ້ວ​ນີ້, ທ່ານອາຄົມ ​ເຕີມ​ພິດ​ທະຍະ​ໄພສິດ ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ໄທ​ກ່າວ​ວ່າ, ປີ​ນີ້​ຈະ​ຊຸກຍູ້​ການ​ພັດທະນາ​ລະບົບຄົມມະນາຄົມ 36 ​ໂຄງການ ​ເຊັ່ນ: ທາງ​ລົດ​ໄຟ, ທາງ​ລົດ​ໄຟ​ໃນ​ເມືອງ​ແລະ​ອື່ນໆ ​​ໂດຍ​ຈະ​ລົງທຶນ​ຫຼາຍ​ກວ່າ 25 ຕື້​ໂດ​ລາ​ສະຫະລັດ.

​ກະຊວງ​ຄົມມະນາຄົມ​ໄທ​​ເປີດ​ເຜີຍ​ວ່າ, ການ​ລົງທຶນ​ດັ່ງກ່າວ​ມີ 45,62% ຈະ​ໃຊ້​ເຂົ້າ​ໃນ​ການ​ກໍ່ສ້າງ​ທາງ​ລົດ​ໄຟ ​ເຊິ່ງລວມທັງ​ສ້າງທາງ​ລົດ​ໄຟ 10 ສາຍຈາກ​ທາງ​ດ່ຽວ​ເປັນ​ທາງ​ລົດ​ໄຟຄູ່; 24,69%​ໃຊ້​ເຂົ້າ​ໃນ​ການ​ກໍ່ສ້າງ​ໂຄງການ​ທາງ​ລົດ​ໄຟ​ໃນ​ເມືອງ ​ໂດຍຕົ້ນຕໍ​​ຢູ່​ນະຄອນຫຼວງ​ບາງກອກ​ ​ແລະ​ເຂດ​ອ້ອມ​ຂ້າງ; ຂະນະ​ທີ່​ອີກ 18,67%​ໃຊ້​ເຂົ້າ​ໃນ​ໂຄງການ​ທາງ​ຫຼວງ, ​ໂຄງການ​ອື່ນ​ໆ​ລວມທັງ​ການ​ກໍ່ສ້າງ​ສະຖານີ​ບໍລິການ​ຕ່າງໆ​ຢູ່​ຕາມ​ທາງ​ຫຼວງ.

​​ເພື່ອ​ແກ້​ໄຂສະພາບ​​ລົດ​ຕິດ​ຢູ່​ນະຄອນຫຼວງ​ບາງກອກ, ​ໃນ​ຫຼາຍ​ປີຜ່ານມາ​ນີ້, ລັດຖະບານ​ໄທ​ໄດ້​ຊຸກຍູ້​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ໃນ​ເມືອງ​ຫຼາຍ​ສາຍ. ​ແນວ​ໃດ​ກໍ​ດີ, ທ່ານ​ອາຄົມ​ຍັງ​ກ່າວ​ວ່າ, ກາງ​ປີ​ນີ້, ​ໄທ​ຍັງ​ຈະ​ເປີດ​ບໍລິການ​ບັດ​ລົດ​ເມ​ທີ່​ເປັນ​ເອກະ​ພາບ​ກັນ ​ເພື່ອ​​ແກ້​ໄຂບັນຫາ​ບັດ​ລົດ​ເມ​ ​ແລະ​ລົດ​ໄຟ​ໃນ​ເມືອງ​ທີ່​​ໃຊ້​ຮ່ວມ​ກັນ​ບໍ່​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ