ຮູບເງົາເລື່ອງ "ພະນັກງານຂາຍ" ຂອງອີຣານ​ໄດ້​ຮັບ​ລາງວັນ​ຮູບ​ເງົາ​ພາສາ​ຕ່າງປະ​ເທດ​ທີ່​ດີ​ເດັ່ນ​ໃນ​ການ​ປະ​ກວດ​ລາງວັນ​ອອສກາ
2017-02-27 16:24:47  cri 
ຕາມ​ຂ່າວສານ​ຊິນ​ຮວາ: ຮູບ​ເງົາ​ພາສາ​ເປີ​ເຊຍ​ເລື່ອງ "ພະນັກງານ​ຂາຍ" ທີ່​ກຳກັບ​ໂດຍ​ທ່ານ​ອາສຮາ ຟາ​ຮາ​ດີ ທີ່​ມີ​ຊື່​ສຽງ​ຂອງ​ອີຣານ​ໄດ້​ຮັບ​ລາງວັນ​ຮູບ​ເງົາ​ພາສາ​ຕ່າງປະ​ເທດ​ທີ່​ດີ​​ເດັ່ນໃນ​ການ​ປະ​ກວດ​ລາງວັນອອສກາຄັ້ງທີ 89 ທີ່​ຈັດ​ຂຶ້ນ​​ໃນ​ວັນ​ທີ 26 ກຸມພາ​ນີ້, ​ແນວ​ໃດ​ກໍ​ດີທ່ານ​ອາສຮາ ຟາ​ຮາ​ດີ​ບໍ່​ໄດ້​ມາ​ຮັບ​ລາງວັນ​ ຫຼັງທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ເຊັນ​ດຳ​ລັດ​ໃນ​ທ້າຍ​ເດືອນ​ມັງກອນ​ຜ່ານ​ມາ ​​ໂດຍ​ຫ້າມບໍ່​ໃຫ້​ພົນລະ​ເມືອງ​ຂອງ 7 ປະ​ເທດ ລວມທັງ​ອີຣານ​ເຂົ້າ​ອາ​ເມ​ລິ​ກາ​ເປັນ​ຊົ່ວ​ຄາວ. ​ທັງ​ນີ້ເຖິງ​ວ່າ​ດຳ​ລັດ​ດັ່ງກ່າວ​ຖືກ​ສານ​ຕີ​ຕົກ, ​ແຕ່​ທ່ານ​ຟາ​ຮາ​ດີ​ຍັງ​ປະຕິ​ເສດ​ບໍ່​ເຂົ້າ​ຮ່ວມ​ງານ ​ເພື່ອ​​ເປັນ​ການ​ປະ​ທ້ວງ.

ຕອນ​ຄ່ຳ​ມື້​ດຽວ​ກັນ, ຕົວ​ແທນ​ຂອງ​ທ່ານ​ຟາ​ຮາ​ດີ​ໄດ້​ຂຶ້ນ​ເວທີ​ແລະ​ອ່ານ​ຖະ​ແຫຼ​ງການ​ຂອງ​ທ່ານ​ຟາ​ຮາ​ດີ ​ໂດຍ​ກ່າວ​ວ່າ "ຂ້າພະ​ເຈົ້າ​ຮູ້ສຶກ​ເສຍດາຍ​ທີ່​​ບໍ່​ສາມາດ​ຢູ່​ຮ່ວມນຳ​ພວກ​ທ່ານ​ໃນ​ຕອນ​ຄ່ຳ​ມື້​ນີ້ ​ແລະ​ການ​ທີ່ຂ້າພະ​ເຈົ້າ​ບໍ່​ມາ​ຮ່ວມ​ກໍ​​ເພື່ອ​ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ປະຊາຊົນ​ຂອງ​ປະ​ເທດ​ຂ້ອຍ​ແລະ​ປະຊາຊົນ​​ອີກ 6 ປະ​ເທດ ​ເຊິ່ງ​​ເຂົາ​ເຈົ້າ​​​ໄດ້​ພົບ​ເລື່ອງ​ອັບ​ປະຍົດ​ຍ້ອນ​ອາ​ເມ​ລິ​ກາ​ມີ​ນະ​ໂຍບາຍ​ຫ້າມ​ປະຊາຊົນ​ປະ​ເທດ​ເຫຼົ່າ​ນີ້​​ເຂົ້າປະ​ເທດແບບ​ໄຮ້​ມະນຸດສະທຳ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ