ສຽງ​ສະ​ໜັບ​ສະ​ໜູນ​ທ່ານ​ທ​ຣຳ​ບໍ່​​ເຖິງ 50%
2017-02-27 16:40:41  cri 
    ວິ​ທະ​ຍຸ​ສຽງ​ອາ​ເມ​ລິ​ກາ​ລາຍ​ງານ​ໃນ​ວັນ​ທີ 27 ກຸມ​ພານີ້​ວ່າ, ຜົນ​ການ​ສຳຫຼວດ​ຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ, ອັດ​ຕາ​ການ​ສະ​ໜັບ​ສະ​ໜູນ​ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ​ສຳ​ລັບ​ປະ​ມຸກ​ລັດ​ຄົນ​ໃໝ່​ນັບ​ແຕ່​ໄດ້​ສຳຫຼວດ​ຄຳ​ຄິດ​ເຫັນ​ຂອງປະ​ຊາ​ຊົນ​ເປັນ​ຕົ້ນ​ມາ.

    ບໍ​ລິ​ສັດ NBC ແລະ​ໜັງ​ສື​ພິມ​ໂວ​ສະ​ຕ​ຣິດ​ລາຍ​ວັນ​ໄດ້​ສຳ​ເລັດ​ການ​ສຳຫຼວດ​​ຄຳ​ຄິດ​ເຫັນ​ຂອງປະ​ຊາ​ຊົນ​ໃນ​ວັນ​ອາ​ທິດ​ຜ່ານ​ມາ ເຊິ່ງ​ຜົນປາ​ກົດ​ວ່າ, ຊາວ​ອາ​ເມ​ລິ​ກາ​ມີ​ພຽງ​ແຕ່ 44% ເທົ່າ​ນັ້ນ ສະ​ໜັບ​ສະ​ໜູນ​ທ່ານ ທ​ຣຳ, ຂະ​ນະ​ທີ່​ອີກ 48% ບໍ່​ສະ​ໜັບ​ສະ​ໜູນ. ​ຜູ້​ໃຫ້​ສຳ​ພາດ 1 ສ່ວນ 3 ກ່າວ​ວ່າ, ການປະ​ຕິ​ບັດ​ໜ້າ​ທີ່​ຂອງ​ທ່ານ ທ​ຣຳ ​ໃນ​ໄລ​ຍະ​ຜ່ານ​ມາສະ​ແດງ​ໃຫ້​ເຫັນ​ວ່າ, ທ່ານ​ບໍ່​ມີ​ຄວາມ​ເໝາະ​ສົມ​ກັບ​ວຽກ​ງານ​ດັ່ງ​ກ່າວ.

    ຂະ​ນະ​ດຽວ​ກັນ, ​ການ​ສຳຫຼວດ​ທີ່​ຈັດ​ຂຶ້ນສອງ​ເທື່ອ​ເມື່ອ​ມໍ່ໆ​ນີ້ ກໍ​ມີ​ຜົນ​ຄ້າຍ​ຄື​ກັນ ເຊິ່ງ​ຜົນ​ການ​ສຳຫຼວດ​ຂອງ​ບໍ​ລິ​ສັດ​ແກ​ລຸບ ລະ​ບຸ​ວ່າ, ອັດ​ຕາ​ການ​ສະ​ໜັບ​ສະ​ໜູນ ​ສະ​ເລ່ຍ​ໃນ​ເດືອນ​ທຳ​ອິດ 42%; ສ່ວນ​ຜົນ​ການ​ສຳຫຼວດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຄວິນ​ນິ​ປຽກ ສະ​ແດງ​ໃຫ້​ເຫັນ​ວ່າ, ອັດ​ຕາ​ການ​ສະ​ໜັບ​ສະ​ໜູນ ມີ​ພຽງ​ແຕ່ 38%, ​ຂະ​ນະ​ທີ່​ຜູ້​ມີ​ຄວາມ​ເຫັນ​ທາງ​ລົບ​ ກວມ 55%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ