ຈີນຊົມເຊີຍການເອົາຕະຫຼາດພັນທະບັດຕົນເຂົ້າໃນຕົວເລກດັດຊະນີພັນທະບັດຕົ້ນຕໍສາກົນ
2017-02-27 16:46:35  cri 
    ທ່ານ ພັ່ນກົ່ງເຊີ້ງ ຮອງຜູ້ວ່າການທະນາຄານປະຊາຊົນຈີນ ໄດ້ພົບປະກັບທ່ານ ຢັງປາວ ຈາມມິດ ຮອງຜູ້ອຳນວຍການບໍລິຫານງານລະດັບໂລກຂອງບໍລິສັດ ບລູມເບີກ ພ້ອມດ້ວຍຄະນະ ຢູ່ນະຄອນຫຼວງປັກກິ່ງເມື່ອບໍ່ດົນນີ້ ໂດຍສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບບັນຫາ​ການເປີດປະຕູສູ່ໂລກພາຍນອກຂອງຕະຫຼາດພັນທະບັດຈີນ.

    ທ່ານ ຢັງປາວ ຈາມມິດ ກ່າວວ່າ, ບໍລິສັດບລູມເບີກໄດ້ພິຈາລະນາຄວາມເຫັນ​ລວມຂອງນັກລົງທຶນຕ່າງປະເທດ​ເປັນ​ຈຳ​ນວນຫຼາຍ ແລະຈະນຳສະເໜີຕົວເລກດັດຊະນີຜົນກຳລັງຄົງທີ່ບາໄຄລສ໌ບລູມເບີກທີ່ລວມທັງຕະຫຼາດພັນທະບັດຈີນສອງລາຍ ເຊິ່ງສະແດງໃຫ້ເຫັນເຖິງຄວາມໝັ້ນໃຈແລະເອົາໃຈໃສ່ຂອງນັກລົງທຶນຕ່າງປະເທດຕໍ່ເສດຖະກິດຈີນ, ຂະ​ນະ​ດຽວ​ກັນ​ກໍຈະດຶງດູດນັກລົງທຶນຕ່າງປະເທດຕິດຕາມແລະເຂົ້າໃຈຕະຫຼາດພັນທະບັດຈີນຫຼາຍກວ່າເກົ່າ. ພ້ອມນີ້, ບໍລິສັດບລູມເບີກ ຍັງຈະໃຊ້ມາດຕະການທີ່ຕັ້ງໜ້າ ເພື່ອສືບຕໍ່ໂຄສະນາຕະຫຼາດພັນທະບັດຈີນຕໍ່ນັກລົງທຶນຕ່າງປະເທດ.

    ທ່ານ ພັ່ນກົ່ງເຊີ້ງ ກ່າວວ່າ, ຊົມເຊີຍແລະສະໜັບສະໜູນການເອົາຕະຫຼາດພັນທະບັດຂອງປະເທດຕົນເຂົ້າໃນຕົວເລກດັດຊະນີພັນທະບັດຕົ້ນຕໍຂອງໂລກ ເຊິ່ງການເຮັດແນວນີ້ ສາມາດສ່ອງແສງເຖິງສະພາບລວມຂອງຕະຫຼາດພັນທະບັດທົ່ວໂລກຢ່າງຖືກຕ້ອງກວ່າເກົ່າ ແລະມີຜົນດີຕໍ່ນັກລົງທຶນທົ່ວໂລກໃນການຈັດສັນຊັບສິນພັນທະບັດ​ໄດ້ຢ່າງສົມເຫດສົມຜົນກວ່າເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ