ກອງ​ປະຊຸມ​ເທື່ອ​ທີ 5 ຂອ​ງສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 3 ມີນາ ຢູ່​ປັກ​ກິ່ງ
2017-02-28 11:00:27  cri 
ກອງ​ປະຊຸມ​ເທື່ອ​ທີ 5 ຂອງ​ຄະນະ​ກຳມະການ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນຊຸດ​ທີ 12 ຈະ​ຈັດ​ຂຶ້ນ​ຢູ່​ນະຄ​ອນຫຼວງ​ປັກກິ່ງ​ໃນ​ວັນ​ທີ 3 ມີນາ 2017 ນີ້.

ທັງ​ນີ້ ກອງ​ປະຊຸມ​ເທື່ອ​ທີ 19 ຂອງ​ຄະນະປະຈຳ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 27 ກຸມພາ​ນີ້​ໄດ້​ຮັບຮອງ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ໄຂ​ກອງ​ປະຊຸມ​ເທື່ອ​ທີ 5 ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ​ເຊິ່ງສະ​ເໜີ​ວາລະ​ສຳຄັນ​ຂອງ​ກອງ​ປະຊຸມ​ຄື ຮັບ​ຟັງ​ແລະ​ພິຈາລະນາ​ບົດ​ລາຍ​ງານ​ວຽກ​ງານ​ຄະນະ​ປະຈຳ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແລະ​ບົດ​ລາຍ​ງານ​ສະພາບ​ການ​ເຄື່ອນ​ໄຫ​ວວຽກ​ງານການສະ​ເໜີ​ຍັດຕິ​ນັບ​ແຕ່​ກອງ​ປະຊຸມ​ເທື່ອ​ທີ 4 ຂອງ​ສະພາ​ປຶກ​ສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ​ເປັນ​ຕົ້ນ​ມາ; ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ທີ 5 ຂອງ​ສະພາ​ ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12, ຮັບຟັງ​ແລະ​ປຶກສາ​ຫາລື​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ພ້ອມ​ດ້ວຍ​ບົດ​ລາຍ​ງານ​ອື່ນໆກໍ​ຄືຫາລື​ຮ່າງ​ກົດ​ບັນຍັດ​ທົ່ວ​ໄປ​ຂອງ​ກົດໝາຍ​ແພ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ