ຜູ້ຕາງໜ້າ​ຈີນ​ສະ​ເໜີ​ຈຸດ​ຢືນ 5 ຂໍ້​​ເພື່ອບັນລຸ​ສັນຕິພາບ​ຖາວອນ,ການ​ຊຸກຍູ້​ແລະ​ປົກ​ປ້ອງສິດທິ​ມະນຸດ
2017-02-28 17:54:04  cri 
ຕາມ​ຂ່າວສານ​ຊິນ​ຮວາ:ກອງ​ປະຊຸມ​ຄັ້ງ​ທີ 34 ຄະນະ​ມົນຕີ​ສິດທິ​ມະນຸດ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ໄຂ​ຂຶ້ນ​ຢູ່​ວັງ​ນາໆ​ຊາດ​​ເຊີ​ແນວ​ແຕ່​ວັນ​ທີ 27 ​ກຸມພາ​ແລະ​ຈະ​ດຳ​ເນີນ​ໄປ​ຈົນເຖິງ​ວັນ​ທີ 24 ມີນານັ້ນ​ໄດ້​ເນັ້​ນຫາລື​ຫົວ​​ຂໍ້​ສະ​ເພາະ​ລະດັບ​ສູງ​ຕໍ່ການ​ຫັນ​ສິດທິ​ມະນຸດ​ເປັນ​ກະ​ແສ​ຫຼັກ​ໃນ​ປີ​ນີ້​ຄື "ຜ່ານ​ຈາກ​ການ​ເພີ່ມ​ທະວີ​ການ​ສົນທະນາ​ແລະ​ການ​ຮ່ວມ​ມື​ສາກົນ​ເພື່ອ​ຊຸກຍູ້​ສິດທິ​ມະນຸດ​ໃຫ້​​ເປັນ​ການປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງສັນ​ຕິ​ພາບ".

ທ່ານຫຼີວຮວາ ຜູ້ຕາງໜ້າ​ພິ​ເສດ​ວຽກ​ງານ​ສິດທິ​ມະນຸດ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້ຕາງໜ້າ​ປະ​ເທດ​ອາ​ຟຣິກາ​ແລະ​ຈີນ​​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​ຮ່ວມ​ໃນ​ຫົວ​ຂໍ້ "ປົກ​ປັກ​ຮັກສາ​ສັນຕິພາບ,ຊຸກຍູ້​ແລະ​ປົກ​ປ້ອງ​ສິດທິ​ມະນຸດ"​​​​ໃນ​ວັນ​ທີ 27 ກຸມພາ​ນີ້ໂດຍ​ໄດ້​ສະ​ເໜີ​ຈຸດ​ຢືນ 5 ຂໍ້​​ເພື່ອ​ບັນລຸ​ສັນຕິພາບ​ຖາວອນ,ຊຸກຍູ້​ແລະ​ປົກ​ປ້ອງ​ສິດທິ​ມະນຸດ​ເປັນ​ຕົ້ນ.

ໜຶ່ງ​​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ທີ່​ສະ​ເໝີ​ພາບ,ສອງ​ແກ້​ໄຂ​ການ​ພິພາດ​ກັນ​ດ້ວຍ​ສັນຕິ​ວິທີ,ສາມ​​ຮ່ວມ​ມື​ເພື່ອ​ປົກ​ປັກ​ຮັກສາ​ສັນຕິພາບ,ສີ່​​ຊຸກຍູ້​ສັນຕິພາບ​ດ້ວຍ​ການ​ພັດທະນາ​ແລະຫ້າ​ເຄົາລົບ​ຄວາມ​ຫຼາກຫຼາຍຂອງ​ອາ​ລິ​ຍະ​ທຳ.

ທ່ານຫຼີວຮວາ​ໄດ້​ເນັ້ນ​ວ່າ​ສັນຕິພາບ​ແມ່ນ​​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ແລະ​ພື້ນຖານ​ຂອງ​ການ​ຊຸກຍູ້​ແລະ​ປົກ​ປ້ອງ​ສິດທິ​ມະນຸດ​ເຊິ່ງຖ້າ​ບໍ່​ມີ​ສັນ​ຕິ​ພາບ,ສິດທິ​ມະນຸດ​ຕ່າງໆ​ລວມທັງສິດ​ພັດທະນາ​ກໍຍາກ​ທີ່ຈະ​ປາກົດ​ເປັນ​ຈິງ​ໄດ້​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ