ສູນ​ຂ່າວ​ "ກອງ​ປະຊຸມ​ສອງ​ສະພາ" ປີ 2017 ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ
2017-02-28 14:26:44  cri 
ຕາມ​ຂ່າວສານ​ຈີນ: ​ເພື່ອ​ອຳນວຍ​ຄວາມ​ສະດວກ​ແກ່​ນັກ​ຂ່າວ​ທີ່​ລາຍ​ງານ​ຂ່າວກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ສ​ະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ​ແລະ​ກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ສະພາ​ປຶກສາ​ການ​​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ທີ່ຈະ​ຈັດ​ຂຶ້ນຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 5 ​ແລະ​ວັນ​ທີ 3 ມີນາໜ້າ​ນີ້ຕະຫຼອດ 24 ຊົ່ວ​ໂມງ​ນັ້ນ, ສູນ​ຂ່າວ​ "ກອງ​ປະຊຸມ​ສອງ​ສະພາ" ປີ 2017 ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 27 ກຸມພາ ຢູ່​ໂຮງ​ແຮມ​ມີ​ເຕຍປັກ​ກິ່ງ.
ຜູ້​ຮັບຜິດຊອບ​ສູນ​ຂ່າວ​ກ່າວ​ວ່າ, ມາ​ຮອດ​ປັດຈຸບັນ, ມີ​ນັກ​ຂ່າວ​ຈີນ ​ແລະ​ຕ່າງປະ​ເທດ 3 ພັນ​ກວ່າ​ຄົນ​ໄດ້​ລົງທະບຽນ​​ເພື່ອ​ເຂົ້າ​ຮ່ວມລາ​ຍງານຂ່າວ "ກອງ​ປະຊຸມ​ສອງ​ສະພາ" ​ໂດຍ ນັກ​ຂ່າວ​ຈີນແຜ່ນດິ​ນ​ໃຫຍ່, ຮົງ​ກົງ, ມາ​ເກົາ ​ແລະ​ໄຕ້​ຫວັນມີ​ຈຳນວນ​ທໍ່​ກັບ​ປີຜ່ານມາ, ​ແຕ່​ຈຳ​ນວນນັກ​ຂ່າວ​ຕ່າງປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ອີກ.

​ເຈົ້າ​ໜ້າ​ທີ່ສູນ​ຂ່າວ​ເປີດ​ເຜີຍ​ວ່າ, ​ໃນ​ໄລຍະ​ກອງ​ປະຊຸມ, ສູນ​ຂ່າວ​ຍັງ​ຈະ​ສະໜອງ​ລົດ​​ເພື່ອ​ບໍລິການນັກ​ຂ່າວ​ໄປ​ຫໍ​ປະຊຸມ​ແຫ່ງ​ຊາດ​​ໂດຍ​ບໍ່​ເສຍ​ຄ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ