ລັດ​ຖະ​ມົນ​ຕີ​ການ​ຄ້າ​ຈີນ​ຄົນ​ໃໝ່​ຈະ​ຢ້ຽມ​ຢາມ​ຟິ​ລິບ​ປິນ​ໃນ​ເດືອນ​ໜ້າ
2017-02-28 16:24:17  cri 
    ໜັງ​ສື​ພິມ​​ມະນີ​ລາ​ແທັ​ມ​ສ໌​ຂອງ​ຟິ​ລິບ​ປິນ​ສະ​ບັບ​ວັນ​ທີ 27 ກຸມ​ພານີ້ ລາຍ​ງານ​ວ່າ, ທ່ານ ຈົ່ງ​ຊ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ຄົນ​ໃໝ່​ຈະ​ຢ້ຽມ​ຢາມ​ປະ​ເທດ​ຕົນ​ໃນ​ເດືອນ​ມີ​ນາ ເພື່ອ​ລົງ​ນາມ​ໃນ​ສັນ​ຍາໂຄງ​ການ​ຮ່ວມ​ມື​ລະ​ຫວ່າງສອງ​ປະ​ເທດ 40 ໂຄງ​ການ​ໂດຍມີ​ມູນ​ຄ້າຫຼາຍ​ຕື້​ໂດ​ລາ​ສະ​ຫະ​ລັດທີ່​ຖືກ​ເລື່ອນ​ເວ​ລາ​ລົງ​ນາມ.

    ທ່ານ  ໂຣ​ມາ​ນາ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຟິ​ລິບ​ປິນ​ປະ​ຈຳ​ຈີນ ໄດ້​ເປີດ​ເຜີຍ​ແຜນ​ການ​ຢ້ຽມ​ຢາມຫຼ້າ​ສຸດດັ່ງ​ກ່າວ ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຈີນ-ຟິ​ລິບ​ປິນ​ເມື່ອມໍ່ໆ​ນີ້​ວ່າ, ທ່ານ ຈົ່ງ​ຊ່​ານ ຈະ​ຢ້ຽມ​ຢາມ​ປະ​ເທດ​ຕົນໃນ​ວັນ​ທີ 7 ມີ​ນາ​ໜ້ານີ້​ ແລະ​ເມື່ອ​ຮອດ​ເວ​ລານັ້ນ, ສອງ​ຝ່າຍ​ຈະ​ຈັດ​ກອງ​ປະ​ຊຸມ​ຂອງ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ການ​ຄ້າ ເພື່ອ​ເຊັນສັນ​ຍາຕາມ​ແຜນ​​ທີ່ຈະ​​ລົງ​ນາມໃນ​​ເມື່ອ​ກ່ອນ.

    ໜັງ​ສື​ພິມ​ດັ່ງ​ກ່າວ​ລາຍ​ງານ​ອີກວ່າ, ທ່ານ ຈ້າວ​ຈ້ຽນ​ຮ​ວາ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຟິ​ລິບ​ປິນ ເປີດ​ເຜີຍ​ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ວ່າ, ສອງ​ຝ່າຍ​ຈະ​ເລີ່ມ​ຈັດ​ຕັ້ງ​ປະ​ຕິ​ບັດ​ 10 ກວ່າ​ໂຄງ​ການ​ກ່ອນ​ທ້າຍ​ປີນີ້. ແນວ​ໃດ​ກໍ​ດີ, ນີ້​ແມ່ນ​ສ່ວນ​​ສຳ​ຄັນທີ່​ສຸດ​ໃນ​ການ​ຢ້ຽມ​ຢາມ​ຟິ​ລິບ​ປິນ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຄ້າ​ຄົນ​ໃໝ່​ຂອງ​ຈີນ. ຂະ​ນະ​ດຽວ​ກັນ, ຈີນ​ພວມ​ພິ​ຈາ​ລະ​ນາ​ສ້າງ​ເຂດ​ອຸດ​ສາ​ຫະ​ກຳ​ຢູ່​ຟິ​ລິບ​ປິນ ເພື່ອ​ຊ່ວຍ​ ​ພັ​ດ​ທະ​ນາ​ຂະ​ແໜງ​ການ​ຜະ​ລິດ ແລະ​ສ້າງ​ໂອ​ກາດການ​ປະ​ກອບ​ອາ​ຊີບຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ