ຈີນ-ມຽນມາ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ
2017-03-01 10:12:41  cri 
ກອງ​ປະຊຸມ​ເວທີ​ປຶກສາ​ຫາລືການ​ທ່ອງ​ທ່ຽວ​ຈີນ-ມຽນມາ​ຄັ້ງ​ທຳ​ອິດ​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ເນ​ປີ​ດໍ​ປະ​ເທດ​ມຽນມາ​ແຕ່​ວັນ​ທີ 1-2 ມີນາ​ນີ້​​ໂດຍທ່ານ​ຕູ້​ຈ່ຽງ ຮອງ​ຫົວໜ້າ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ໄດ້​ນຳພາ​ຄະນະ​ເດີນທາງເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ ທັງ​ໄດ້​ພົບ​ປະ​ກັບ​ທ່ານ​ອົງ​ມອງ ລັດຖະມົນຕີ​ກະຊວງ​ໂຮງ​ແຮມ​ແລະ​ທ່ອງ​ທ່ຽວ​ມຽນມາ.

​ໂອກາດ​ດັ່ງກ່າວ, ທ່ານ​ຕູ້​ຈ່ຽງຢືນຢັນ​ວ່າ: ປີ​ນີ້ເປັນປີຮ່ວມມືການທ່ອງທ່ຽວຈີນ-ອາຊຽນ ແລະເວທີປຶກສາຫາລືການທ່ອງທ່ຽວຈີນ-ມຽນມາກໍ ເປັນເວທີປຶກສາຫາລືທຳອິດທີ່ຈັດຂຶ້ນໃນຂອບການຮ່ວມມືດ້ານການທ່ອງທ່ຽວລະຫວ່າງຈີນ-ອາຊຽນ ແລະຈະຖືໂອກາດນີ້ຊຸກຍູ້ການແລກປ່ຽນ​ແລະ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ​ຈີນ-ມຽນມາ​ກໍ​ຄື​ຈີນ​ກັບປະ​ເທດ​ອື່ນ​ໆໃນ​ອາ​ຊຽນ. ທັງ​ນີ້,ຈີນພ້ອມສະໜັບສະໜູນທຶນ​ແລະ​ການພັດ ທະນາຊັບພະຍາກອນ​ມະນຸດ​ເພື່ອ​ການ​ພັດທະນາ​ຂອງ​ຂະ​ແໜງ​ການທ່ອງທ່ຽວ​ມຽນມາ.

ທ່ານ​ອົງ​ມອງ​ຢືນຢັນ​ວ່າ ການ​ຮ່ວມ​ມື​ລະຫວ່າງ​ຂະ​ແໜງ​ການທ່ອງທ່ຽວ​ມຽນມາ-ຈີນ​ໄດ້​ຮັກສາ​ທ່ວງທ່າ​ທີ່​ດີ​ແລະ​ຫວັງ​ວ່າ​ສອງ​ປະ​ເທດ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການທ່ອງທ່ຽວ​ສາກົນ,ການພັດທະນາຊັບພະຍາກອນ​ມະນຸດດ້ານ​ການທ່ອງທ່ຽວ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ