ຂປລ. ໃນກອງປະຊຸມສາທາລະນະສຸກ ທົ່ວປະເທດປະຈໍາປີ 2016, ໄດ້ຈັດຂຶ້ນ ລະຫວ່າງວັນທີ 27-28 ກຸມພາ 2017 ນີ້.
ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາ ໂດຍໄດ້ເນັ້ນໃຫ້ຂະ
ແໜງສາທາ ເອົາໃຈໃສ່ປັບປຸງຄຸນນະພາບ ຂອງການບໍລິການຂອງແພດ ແລະ ພະຍາບານ ເປັນຕົ້ນ ພະນັກງານຕ້ອງມີຄວາມຮູ້
ຄວາມສາມາດ, ມີຈັນຍາບັນ, ຈັນຍາທໍາ, ໄປນຳໃຊ້ບໍລິການຢູ່ໂຮງໝໍ ກໍໄດ້ຮັບການຕ້ອນຮັບທີ່ດີຈາກແພດ ແລະ ພະຍາບານ, ການ
ກວດ, ການບົ່ງມະຕິພະຍາດໄວ ແລະ ຊັດເຈນ, ການປິ່ນປົວດີ ຜູ້ເຈັບເປັນກໍພໍອົກພໍໃຈ, ໄປຄຽງຄູ່ກັບການຂະຫຍາຍລະບົບປະກັນ
ສຸຂະພາບ ແລະ ຮັບປະກັນໃຫ້ປະຊາຊົນລາວ ມີສຸຂະພາບດີ, ມີຄວາມເຂັ້ມແຂງທາງດ້ານຮ່າງກາຍ ແລະ ໃຫ້ມີພາລະນາໄມສົມບູນ
ທີ່ດີ. ເພາະສຸຂະພາບຂອງປະຊາຊົນລາວ ຍັງມີສິ່ງທ້າທາຍຫລາຍ ເປັນຕົ້ນ: ອັດຕາການຕາຍຂອງແມ່ ແລະ ເດັກ ຖ້າທຽບໃສ່ 10
ປີ ຜ່ານມາ ກັບບັນດາປະເທດໃກ້ຄຽງ ຖືວ່າຍັງສູງຫລາຍ ແລະ ອັດຕາການຂາດສານອາຫານ ຂອງເດັກນ້ອຍລຸ່ມ 5 ປີ ກໍຍັງສູງ
ແລະ ເປັນອຸປະສັກຕໍ່ການບັນລຸຄາດໝາຍ ລືບລ້າງຄວາມທຸກຍາກ.
ພ້ອມນີ້, ກໍຕ້ອງເອົາໃຈໃສ່ຕື່ມ ຕໍ່ການປະກອບສ່ວນຢ່າງຕັ້ງໜ້າ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ອອກແຮງສູ້ຊົນຈັດຕັ້ງ
ປະຕິບັດ ແຜນປະຕິຮູບຂະແໜງສາທາລະນະສຸກ ແຕ່ປີ 2016-2020 ເພື່ອໃຫ້ບັນລຸເປົ້າໝາຍສະຫະສະວັດ ດ້ານການພັດທະນາ
ທີ່ຍັງບໍ່ທັນບັນລຸ ເປັນຕົ້ນດ້ານໂພຊະນາການ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030. ຂະນະດຽວກັນ ກໍໃຫ້ເອົາ
ໃຈໃສ່ຄົ້ນຄວ້າສ້າງແຜນອັນລະອຽດ ທີ່ປະທານປະເທດໄດ້ໄປຮັບຮອງເອົາ ໃນກອງປະຊຸມສະຫະປະຊາຊາດ ແລະ 5 ຂົງເຂດການ
ປະຕິຮູບຄື: ການພັດທະນາຊັບພະຍາກອນມະນຸດ, ການເງິນສາທາລະນະສຸກ, ຄຸນນະພາບການບໍລິການ, ການບໍລິຫານຈັດການແລະ
ຂໍ້ມູນຂ່າວສານສາທາລະນະສຸກ. ໃນນັ້ນ, ກໍຕ້ອງເອົາໃຈໃສ່ກໍ່ສ້າງ ຊັບພະຍາກອນມະນຸດ, ພະນັກງານຜູ້ຊ່ຽວຊານ, ຜູ້ສໍານານງານໃຫ້
ຫລາຍຂຶ້ນ, ສ້າງນັກຄົ້ນຄວ້າ ວິທະຍາສາດການແພດ, ສໍາຄັນການກໍ່ສ້າງພະນັກງານ ຕ້ອງໃຫ້ມີຄຸນນະພາບບໍ່ຄວນແລ່ນນໍາປະລິມານ,
ສ່ວນຂະແໜງສາທາຢູ່ແຕ່ລະແຂວງ, ແຕ່ລະທ້ອງຖິ່ນ ກໍໃຫ້ມີການຈັດສັນງົບປະມານ ແລະ ຊ່ວຍປຸກລະດົມພໍ່ແມ່ປະຊາຊົນ ໃນການ
ເຂົ້າຮ່ວມກິດຈະກໍາຕ່າງໆ ເປັນຕົ້ນ:ຂະບວນການສັກ ແລະ ຢອດຢາກັນພະຍາດແລະ ຂະບວນການຕ້ານ ການລະບາດຂອງພະຍາດ
ເພາະຂະແໜງສາທາລະນະສຸກ ກໍເປັນຂະແໜງການໜຶ່ງທີ່ສໍາຄັນ ໃນການປະກອບສ່ວນເຮັດໃຫ້ປະຊາຊົນຫລຸດຜ່ອນຈາກຄວາມທຸກ
ຍາກ.