ຄະນະ​ຜູ້​ແທນ​ສປປ​ເກົາຫຼີ​ເດີນທາງ​​ເຖິງ​ມາ​ເລ​ເຊຍ​ເພື່ອ​ຫາລື​​ເລື່ອງ​ຊາຍສປປ​ເກົາຫຼີ​ເສຍ​ຊີວິດ
2017-03-01 11:43:59  cri 
ຕາມ​ຂ່າວສານ​ຊິນ​ຮວາ:​ເຈົ້າ​ໜ້າ​ທີ່​ສປປ​ເກົາຫຼີກ່າວ​ຕໍ່​ນັກ​ຂ່າວ​ຢູ່​ໜ້າ​ສະຖານທູດ​ປະຈຳ​ມາ​ເລ​ເຊຍ​​ໃນ​ວັນ​ທີ 28 ກຸມພາ​ຜ່ານ​ມາ​ນີ້ວ່າ,ຄະນະ​ຜູ້​ແທນລັດຖະບານ​ຂັ້ນ​ສູງ​ຂອງ​ປະ​ເທດ​ຕົນໄດ້​ເດີນທາງ​ເຖິງ​ນະຄອນຫຼວງກົວ​ລາ​ລຳ​ເປີ​ປະ​ເທດ​ມາ​ເລ​ເຊຍ​ແລ້ວ​​ແລະ​ຈະ​ຫາລື​ກັບ​ມາ​ເລ​ເຊຍ​ກ່ຽວ​ກັບ​ບັນຫາການ​ເສຍ​ຊີວິດຂອງ​ພົນລະ​ເມືອງ​ປະ​ເທດ​ຕົນ.

ທ່ານ​ຣີຕົງ​ອິນ ອະດີດຮອງ​ຜູ້ຕາງໜ້າສປປ​ເກົາຫຼີປະຈຳ​ສະຫະ​ປະຊາ​ຊາດ,ຫົວໜ້າ​ຄະນະ​ຜູ້​ແທນ​​ເປີດ​ເຜີຍ​ວ່າ,ຈະ​ຫາລື​ກັບ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ຂອງ​ມາ​ເລ​ເຊຍ​ກ່ຽວ​ກັບ​ບັບຫາ​ຕ່າງໆ​ເປັນ​ຕົ້ນ​ການ​ສົ່ງ​​ສົບ​ຂອງ​ຜູ້​ຊາຍ​ປະ​ເທດ​ຕົນ​ທີ່​ເສຍ​ຊີວິດ,ການ​ປ່ອຍ​ຜູ້​ຕ້ອງ​ສົງ​ໄສ​ສັນຊາດ​ສປປ​ເກົາຫຼີ,ການ​ພັດທະນາ​ສາຍສຳພັນ​ຖະ​​ໄມຕີ​ລະຫວ່າງ​ສອງ​ປະ​ເທດ​ແລະ​ອື່ນໆ.​ແນວ​​ໃດ​ກໍ​ດີ,ຍັງ​ບໍ່​ທັນ​ຮູ້ວ່າ​ຈະ​ພົບ​ກັບ​ບຸກຄົນ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ