ຈີນ​ມອບ​ອຸປະກອນ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃຫ້​ມຽນມາ
2017-03-02 15:27:02  cri 
​ວັນ​ທີ 1 ມີນາ​ນີ້ຢູ່ນະຄອນຫຼວງເນປີດໍມຽນມາ,​ ​ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ໄດ້​ມອບ​ເຕົາ​ໄຟ​ສະອາດ 1 ໝື່ນ​ໜ່ວຍ​ແລະ​ລະບົບ​ຜະລິດ​ໄຟຟ້າ​ດ້ວຍ​ແສງຕາ​ເວັນ​ໃຊ້​ໃນ​ເຮືອນ​ຂະໜາດ 100 ວັດ​ 5000 ຊຸດ​ໃຫ້​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ​ແລະ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມປະເທດດັ່ງກ່າວເພື່ອປະກອບສ່ວນໃຫ້ແກ່​ການສະໜອງ​ພະລັງງານ​ທີ່​ສະອາດ ທັງປັບປຸງ​​ເງື່ອນ​ໄຂ​ການ​ດຳລົງ​ຊີວິດ​ຂອງ​ກະສິກອນ​ໃຫ້​ດີ​ຂຶ້ນ ​ແລະ​ຊ່ວຍ​ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ແລະ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ທ່ານ​ເຊ້​ເຈີ້ນ​ຮວາ ຜູ້ຕາງໜ້າ​ພິ​ເສດ​ຂອງ​ຈີນ​​ໃນ​ວຽກ​ງານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ທ່ານ​ອົງ​ວິນ ລັດຖະມົນຕີ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ​ແລະ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ມຽນມາ, ທ່ານ​ນາງຣາດາ ມູສຮາ ຫົວ​ໜ້າຄະນະບໍລິຫານ​ງານ​ສະຫະພັນ​ເຕົາ​ໄຟ​ທີ່​ສະອາດໂລກ​ແລະ​ແຂກ​ຖືກ​ເຊີນໄດ້ເຂົ້າ​ຮ່ວມພິທີ​ດັ່ງກ່າວ.

ນີ້ເປັນອີກໜຶ່ງຜົນສຳ​ເລັດ​ສຳ​ຄັນໃນ​ການ​ຮ່ວມ​ມື​ໃຕ້ໆ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແ​ປງຂອງ​ດິນ​ຟ້າ​ອາກາດ ທັງ​ເປັນ​ການ​ຄົ້ນຄວ້າ​ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ຈີນ-ມຽນ​ມາ​ໃນ​ການ​ຮ່ວມ​ມື​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຈາກ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ. ກ່ອນ​ໜ້ານີ້, ບໍລິສັດຈີນທີ່​ສະໜອງອຸປະກອນດັ່ງກ່າວ​ໄດ້​​ຍົກລະດັບເຕັກນິກການ​ນຳ​ໃຊ້​ແລະຮັກສາ​ອຸ​ປະກອນ​​ໃຫ້ແກ່​ເຈົ້າໜ້າ​ທີ່​ແລະ​ນັກວິຊາການ​ເກືອບ 40 ຄົນ​ຈາກ​ຂະ​ແໜງ​ການ​ປ່າ​ໄມ້​ 14 ​ແຂວງ​ພ້ອມ​ດ້ວຍ​ພະ​ແນ​ກປູກພືດໃສ່​ເຂດ​ແຫ້​ງ​ແລ້ງຂອງມຽນມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ