ສື່​ມວນ​ຊົນ ແລະ ​​ນັກວິຊາການ​ຂອງ​ອາ​ຊຽນ​ສົນ​ໃຈ​ຕໍ່​ຜົນສຳ​ເລັດ​ການ​ພັດທະນາ​ແລະກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ
2017-03-02 11:37:56  cri 
ຍັງ​ອີກ​ບໍ່​ເທົ່າ​ໃດ​ມື້​ກໍ​ຈະ​ກ້າວ​ເຂົ້າ​ສູ່​ກອງ​ປະຊຸມສອງສະພາ​ຂອງ​ຈີນ. ​ເຊິ່ງຜົນສຳ​ເລັດ​​ໃນການ​ພັດທະນາ​ແລະກອງ​ປະຊຸມ​ສອງ​ສະພາລ້ວນ​ແຕ່​ໄດ້​ຮັບ​ຄວາມ​ສົ​ນ​ໃຈ​ຢ່າງ​ກວ້າງ​ຂວາງ​ຈາກຫາງ​ສຽງ​ໂລກ ລວມທັງ​ສື່​ມວນ​ຊົນ​ແລະ​ນັກວິຊາການຂອງ​ອາຊຽນ.

ໜັງສືພິມ​ລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງກະ​ໂປ​ໄດ້​ພິມ​ບົດ​ຄວາມ​ທີ່​ພາດ​ຫົວ​ວ່າ "​ເປັນ​ຫຍັງ​ທົ່ວ​ໂລກ​ຄອງ​ຄອຍຈີນ​ປີ 2017 ​" ຂຽນ​ໂດຍ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກ​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ສິງກະ​ໂປ ​ເຊິ່ງບົດ​ຄວາມ​ດັ່ງກ່າວ​ຊີ້​ໃຫ້​ເຫັນວ່າ: ກອງ​ປະຊຸມສອງ​ສະພາທີ່ຈະ​ຈັດ​ຂຶ້ນໃນ​ຕົ້ນ​ເດືອນ​ມີນານີ້, ກອງ​ປະຊຸມ​ລະຫວ່າງ​ຊາດ​ໃນ​ບັນຫາ​ຍຸດ​ທະ​ສາດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ພຶດສະພາ​ປີ​ນີ້, ກອງ​ປະຊຸມ​ຜູ້ນຳ​ປະ​ເທດ​ບຣິກສ໌​ເຊ້ຍ​ເມີນ​​ຈະ​ຈັດ​ຂຶ້ນໃນ​ເດືອນ​ກັນຍາ​ປີ​ນີ້ ​ແລະ ກອງ​ປະຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູນິດ​ຈີນ​​ຈະ​ຈັດ​ຂຶ້ນໃນ​ເດືອນ​ຕຸລາ​ປີ​ນີ້ນັ້ນ ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ທົ່ວ​ໂລກ. ທີ່​ຈິງ​ແລ້ວ, ທິດ​ທາງ​ການ​ພັດທະນາ​ໃດໆ​ຂອງ​ວຽກ​ງານ​ພາຍ​ໃນ​​ແລະ​ການ​ຕ່າງປະ​ເທດ​ຂອງ​ຈີນ​ໃນ​ປັດຈຸບັນ​ລ້ວນ​ແຕ່​ຈະ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ໂລກ ​ເຊິ່ງຄວາມ​ສົນ​ໃຈ​ດັ່ງກ່າວ​ໄດ້​ເປັນ​ສິ່ງ​ຈຳ​ເປັນ​ທີ່​ມີສ່ວນພົວພັນ​ກັບ​ຜົນ​ປະ​ໂຫຍ​ດ​ຂອງຕົນ​ສຳຄັນ​ບັນດາ​ປະ​ເທດ.

ທ່ານ ບຳບັງ ຊຸ​ໂຢ​ໂນ ປະທານ​ກອງ​ທຶນ​ນານ​ຢາງ​ອາ​ຊຽນຂອງ​ອິນ​ໂດ​ເນ​ເຊຍ​​ເຫັນ​ວ່າ: ຮູບ​ແບບ​ການ​ພັດທະນາຂອງ​ຈີນ​ໄດ້​ເປັນ​ແຮງ​ດຶງ​ດູດ​ໃນ​ໂລກນັບ​ມື້​ຫຼາຍ​ຂຶ້ນ ​ແລະ ກໍ​ເປັນ​ບົດຮຽນ​ໃຫ້​ແກ່​ຜົນສຳ​ເລັດ​ຂອງ​ປະ​ເທດ​ທີ່​ພວມ​ພັດທະນາ. ຈາກ​ນີ້,ລັດຖະບານ​ອິນ​ໂດ​ເນ​ເຊຍ​ຄວນຖອດ​ຖອນບົດຮຽນ​ໃນ​ການ​ຫຼຸດຜ່ອນ​ຄວາມ​ທຸກຍາກ​ຂອງ​ຈີນ​ເພື່ອ​ຫຼຸດຜ່ອນສະພາບ​ຄວາມທຸກ​ຍາກຂອງ​ປະ​ເທດ​ຕົນ​ໂດຍ​ພື້ນຖານ.

ທ່ານ ຮຸນຫົວໜ້າຜູ້​ບໍລິຫານ​ງານ​ຂອງ​ສະພາ​ຜູ້​ຊົງ​ຄຸນ​ວຸດ​ທິຊຽມຣຽບຂອງ​ໄທເຫັນ​ວ່າ: ປີ 2016, ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ຈີນ​ມີ​ຄວາມ​ເປັ​ນ​ເຈົ້າ​ການ, ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຫຼາຍ​ຂຶ້ນ​, ມີ​ຄວາມ​ໝັ້ນ​ໃຈ ​ແລະ​ມີ​ຄວາມ​ໂດດ​ເດັ່ນ​ຫຼາຍ​ຂຶ້ນ. ການ​ຊຸກຍູ້​ວຽກ​ງານ​ການ​ຕ່າງປະ​ເທດ​ໃຫ້​ຄືບ​ໜ້າ​ຢ່າງຮອບດ້ານ​ຈະ​ສາມາດ​ເຮັດ​ໃຫ້ການ​ພົວພັນ​ທາງ​ການ​ເມືອງ​ລະຫວ່າງ​ຈີນ ​ແລະ ປະ​ເທດ​ອື່ນໆ​ມີຄວາມໜັກ​ແໜ້ນຍິ່ງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ