ເລີ່ມສຳຫລວດ ສະໜາມບິນເມືອງວັງວຽງ ໃຫ້ກາຍເປັນແຫລ່ງທ່ອງທ່ຽວ ແບບຍືນຍົງ
2017-03-02 14:42:56  cri 
ຂປລ.​ ລັດຖະບານ ກໍ​ຄື ອຳນາດ​ການ​ປົກຄອງ ແຂວງ​ວຽງຈັນ ​ໄດ້​ອະນຸມັດ ​ໃຫ້ບໍລິສັດອີຈິນ ວິສາຫະກຳ ກໍ່ສ້າງລາວຈຳກັດ ສຶກສາຄວາມເປັນໄປໄດ້ ແລະ ສຳຫລວດອອກແບບ ໂຄງການພັດທະນາສະໜາມບິນເກົ່າ ເມືອງວັງວຽງ ແຂວງວຽງຈັນ ​ໃຫ້​ກາຍແຫລ່ງທ່ອງທ່ຽວ​ ແບບ​ຍຶນຍົງ, ຄາດ​ວ່າ​ຈະ​ມີການລົງທຶນກວ່າ 200 ລ້ານໂດລາສະຫາລັດ. ພິທີລົງ​ນາມ​ ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ ໄດ້ຈັດຂຶ້ນ ໃນວັນທີ 28 ກຸມພາ 2017 ຜ່ານມານີ້ ລະຫວ່າງ ທ່ານ ສຸກັນ ວິໄລຣັດ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງວຽງຈັນ ກັບ ທ່ານ ຫລິວຟູ້ກວາງ ປະທານ ບໍລິສັດອີຈິນ ວິສາຫະກຳກໍ່ສ້າງລາວ ຈຳກັດ ໂດຍມີ ທ່ານ ວິດົງ ໄຊຍະສອນ ເຈົ້າແຂວງວຽງຈັນ ພ້ອມການນຳກ່ຽວຂ້ອງ ສອງ​ຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

ສຳລັບເຂດສຶກສາ-ສຳຫລວດ ຄວາມເປັນໄປໄດ້ ແມ່ນຢູ່ສະໜາມບິນເກົ່າ ເມືອງວັງວຽງ ໃນເນື້ອທີ່ 15 ເຮັກຕາກວ່າ ເຊິ່ງກວມເອົາ 5 ບ້ານ ຂອງເມືອງວັງວຽງ ໂດຍຈະ​ໃຊ້​ເວລາ 12 ເດືອນ ​ເຊິ່ງບໍລິສັດ ຕ້ອງອອກແບບ ໂຄງການຕາມສັນຍາລັກ ກໍຄື ເມືອງວັງວຽງ ແລະ ອອກແບບຕາມແຜນການ ທີ່ໄດ້ສະເໜີ ໃນເບື້ອງຕົ້ນ ຄື: ຫ້ອງວາງສະແດງສິລະປະ, ຫ້ອງວາງສະແດງ, ຫ້ອງສຳພັດນ້ຳແຂງ, ສວນນ້ຳພຸ, ສູນການຄ້າ, ໂຮງແຮມ, ອາພາດເມັນ, ຮ້ານກິນດື່ມ, ສະຖານທີ່ບັນເທີງເດັກ, ຕະຫລາດນ້ຳ, ສວນນ້ຳ, ບ່ອນຈອດລົດ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ເຊິ່ງກິດຈະກຳທັງໝົດ ຕ້ອງໄດ້ມີການຮັບຮອງ ຈາກພາກ ລັດຕາມລະບຽບກົດໝາຍ.

ທ່ານນາງ ແກ້ວມະນີວອນ ຜາລີຂັນ ຜູ້ອຳນວຍການບໍລິສັດ ຜາລີຂັນ ໃນນາມຜູ້ລົງທຶນຮ່ວມກັບ ບໍລິສັດອີຈິນ ວິສາຫະກຳກໍ່ສ້າງລາວ ຈຳກັດ ກ່າວວ່າ: ຖ້າວ່າຜົນຂອງການສຳຫລວດ ພາຍໃນ 12 ເດືອນ ຫາກມີຄວາມເປັນໄປໄດ້ ກໍຈະໄດ້ລົງມືຈັດຕັ້ງປະຕິບັດ ບັນດາກິດຈະກຳຕ່າງໆ ຕາມບົດບັນທຶກ ແລະ ຈະສ້າງໃຫ້ສຳເລັດ ຕາມ​ຄາດໝາຍ. ພ້ອມ​ນີ້, ທາງບໍລິສັດ ຈະເອົາໃຈໃສ່ອານຸລັກ ສິ່ງແວດລ້ອມ ເພື່ອການທ່ອງທ່ຽວ ແບບສີຂຽວ ​ແລະ ຍືນຍົງ ​ເປັນອັນດັບໜຶ່ງ ເຮັດໃຫ້ເມືອງວັງວຽງ ກາຍເປັນສະຖານ​ທີ່ທ່ອງທ່ຽວ ທີ່ຮູ້ຈັກໄປທົ່ວໂລກ. 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ