ໄວ​ຣັດໄຂ້​ຫວັດ​ສັດ​ປີກ H7N9 ມີ​ຄວາມ​ສ່ຽງ​ຕ່ຳ​ໃນ​ການ​ຕິດ​ແປດລະ​ຫວ່າງ​ຄົນ​ຕໍ່​ຄົນ​ຢ່າງ​ຕໍ່​ເນື່ອງ
2017-03-02 16:14:00  cri 
    ທ່ານ ຈ່າງ​ເວີນ​ຊິ້ງ ຜູ້​ຮັບ​ຜິດ​ຊອບ​ໂຄງ​ການ​ໄຂ້​ຫວັດ​ໃຫຍ່​ທົ່ວ​ໂລກ​ອົງ​ການ​ອະ​ນາ​ໄມ​ໂລກ ໄດ້​ແຈ້ງ​ສະ​ພາບ​ຫຼ້າ​ສຸດພະ​ຍາດໄຂ້​ຫວັດ​ສັດ​ປີກສາຍ​ພັນ H7N9 ​ຢູ່​ຈີນ​ຢູ່​ເຊີ​ແນວ ໂດຍ​ຊີ້​ວ່າ, ໄວ​ຣັດໄຂ້​ຫວັດ​ສັດ​ປີກ​ສາຍ​ພັນ H7N9 ທີ່​ພົບ​ເຫັນ​ໃນ​ ຮອບນີ້ ປາ​ກົດ​ມີ​ຈຸດ​ພິ​ເສດ​ໃໝ່, ແຕ່​ໂດຍ​ລວມ​ແລ້ວ ມີ​ຄວາມ​ສ່ຽງ​ຕ່ຳ​ໃນ​ການ​ຕິດ​ແປດ​ລະ​ຫວ່າງຄົນ​ຕໍ່​ຄົນຢ່າງ​ຕໍ່​ເນື່ອງ.

    ທ່ານ ຈ່າງ​ເວີນ​ຊີ້ງ ກ່າວ​ຕື່ມ​ວ່າ, ການ​ປ່ຽ​ນ​ແປງ​ລັກ​ສະ​ນະ​ພາ​ໃຫ້​ເປັນ​ພະ​ຍາດ​ໄວ​ຣັດ​ຊະ​ນິດນີ້ ເກີດ​ຂຶ້ນ​ສະ​ເພາະ​ແຕ່​ສັດ​ປີກ​ເທົ່າ​ນັ້ນ, ແລະ​ບໍ່​ຕິດ​ຕໍ່​ສູ່​ມະ​ນຸດ. ແນວ​ໃດ​ກໍ​ດີ, ປັດ​ຈຸ​ບັນ ບໍ່​ມີ​ຫຼັກ​ຖານ​ໃດຢັ້ງ​ຢືນ​ວ່າ, ການ​ປ່ຽ​ນ​ແປງ​ຂອງ​ໄວ​ຣັດ​ກະ​ທົບ​ເຖິງ​ລັກ​ສະ​ນະ​ພາ​ໃຫ້​ເປັນ​ພ​ະ​ຍາດ​ແລະການ​ຕິດ​ແປດ​ຂອງ​ຜູ້​ຕິດ​ໄວ​ຣັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ