ເກີດ​ເຫດ​ຍິງ​ລົດຢູ່​ພາກ​ໃຕ້​ໄທ ​ເຮັດ​ໃຫ້ 4 ຄົນ​ເສຍ​ຊີວິດ ​ແລະ 1 ຄົນ​ບາດ​ເຈັບ
2017-03-03 11:43:45  cri 
ວັນ​ທີ 2 ມີນາ​ນີ້, ຢູ່​ເມືອງຣື​ເສາະ​ແຂວງ​ນະຣາທິວາ​ດຢູ່​ພາກ​ໃຕ້​​​ໄທ​ໄດ້​ເກີດ​ເຫດ​ຍິງລົດ​ຢ່າງ​ໂຫດຮ້າຍ​ເຊິ່ງ​ໄດ້ເຮັດ​ໃຫ້​ປະຊາຊົນ 4 ຄົນ​ເສຍ​ຊີວິດ, ​ໃນ​ນີ້​ມີ​ເດັກ​ຊາຍ​ອາຍຸ 8 ປີໜຶ່ງ​ຄົນ​ແລະ 1 ຄົນ​ບາດ​ເຈັບ​.

ສື່​ມວນ​ຊົນ​​ໄທລາຍ​ງານ​ວ່າ: ​ໃນ​ເວລາ 7 ​ໂມງ 40 ນາທີ​ຂອງ​ວັນ​ດັ່ງກ່າວ, ຜູ້​ຊາຍ​ອາຍຸ 57 ປີຜູ້​ໜຶ່ງໄດ້​ຖືກ​ຍິງຂະນະຂັບ​ລົດ​ສົ່ງ​ລູກ​ໄປ​​ໂຮ​ງຮຽນ, ຫຼັງ​ຈາກ​ນັ້ນ​ຄົນ​ຮ້າຍ​ກໍ​ຍິງ​ລົດ​ສົ່ງ​ຜົນ​ເຮັດ​ໃຫ້ 4 ຄົນ​ຢູ່​ໃນ​ລົດ​ເສຍ​ຊີວິດ​ຄາ​ທີ່, ​ໃນ​ນີ້​ເປັນ​ຜູ້​ໃຫຍ່ 3 ຄົນ​ແລະ​ເດັກ​ຊາຍ​ອາຍຸ 8 ປີ​ໜຶ່ງ​ຄົນ ຂະນະ​ທີ່​ອີກ 2 ຄົນ​ທີ່​ໂດຍສານ​ໄປ​ນຳ. ປັດຈຸບັນ, ຕຳ​ຫຼວດພວມ​ເລັ່ງສືບສວນ​ຄະດີ​ດັ່ງກ່າວ ​ແລະ ​ໄລ່​ຈັບຄົນ​ຮ້າຍ.

​ຕະຫຼອດ​ໄລຍະ 10 ກວ່າ​ປີຜ່າ​ນມາ, ຢູ່​ພາກ​ໃຕ້​​ໄທ​ໄດ້​ເກີດ​ເຫດການ​ຮຸນ​ແຮງ​ຂຶ້ນຢ່າງ​ຕໍ່​ເນື່ອງ. ຂະນະ​ທີ່ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ປະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທກໍ​ກ່າວ​ວ່າ: ລັດຖະບານ​ໄດ້​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ແກ້​ໄຂ​ບັນຫາ​ຄວາມ​ບໍ່​ສະຫງົບ​ຢູ່​ພາກ​ໃຕ້​ປະ​ເທດ​ຕົນໂດຍ​ຜ່ານ​ການ​ເຈລະຈາ​ສັນຕິພາບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ