ຕາມຂ່າວສານຊິນຮວາ:ກອງປະຊຸມໂທລະຄົມເຄື່ອນທີ່ໂລກ 2017 ໄດ້ອັດລົງໃນວັນທີ 2 ມີນານີ້ໂດຍເຕັກນິກໂທລະຄົມເຄື່ອນທີ່ຮຸ່ນທີ 5 ເຮັດໃຫ້ຄົນຄອງຄອຍ.ບຸກຄົນໃນວົງການເຫັນວ່າ,ຮຸ່ນ 5 G ຈະເຮັດໃຫ້ໂທລະຄົມເຄື່ອນທີ່ກາຍເປັນ "ເຄື່ອງຈັກ"ຂອງການປະຕິວັດອຸດສາຫະ ກຳເທື່ອທີ 4 ຢ່າງແທ້ຈິງ.
ແນວໃດກໍດີ,ຄາດວ່າ ມາດຕະຖານເຕັກນິກ 5G ຈະປະກາດໃຊ້ຢ່າງເປັນທາງການໃນປີ 2019 ໂດຍບົດລາຍງານສະບັບໜຶ່ງຂອງສະມາຄົມລະບົບໂທລະຄົມເຄື່ອນທີ່ທົ່ວໂລກຄາດຄະເນວ່າ,ເຄືອຂ່າຍ 5G ຈະສ້າງຕັ້ງເປັນບໍລິເວນກວ້າງໃນ 10 ປີຕໍ່ໜ້າແລະເຖິງປີ 2025 ຈະສາມາດປົກຄຸມປະຊາກອນໜຶ່ງສ່ວນສາມຂອງທົ່ວໂລກ.