ທະນາຄານ​ກະສິກອນ​ໄທ​ເປີດ​ບໍລິການ​ຝາກ​ເງິນ​ແລະ​ຊຳລະ​ສະສາງ​ດ້ວຍ​ເງິນຕາ 13 ສະກຸນ​ຢູ່​ພາກ​ພື້ນ​ອາ​ຊຽນ 10 + 3
2017-03-03 16:27:25  cri 
ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ:ທະນາຄານ​ກະສິກອນ​ໄທ​ໄດ້​ເປີດ​ບໍລິການ​ຝາກ​ເງິນ​ແລະ​ຊຳລະ​ສະສາງ​ດ້ວຍ​ເງິນຕາ 13 ສະກຸນໃນ​ວັນ​ທີ 2 ມີນາ​ນີ້​ເພື່ອ​ບໍລິການ​ຝາກ​ເງິນ​​ແລະ​ຊຳລະ​ເງິນ​ດ້ວຍ​ສະກຸນ​ເງິນຕາ​ປະ​ເທດ​ຕົນ​ໃຫ້​ແກ່​ລູກ​ຄ້າ​ຢູ່​ພາກ​ພື້ນ 10 ປະ​ເທດ​ອາ​ຊຽນ​ແລະ​ຈີນ,ຍີ່ປຸ່ນ,ສ.​ເກົາຫຼີ​ໂດຍ​ທະນາຄານ​ນີ້​ເປັນ​ທະນາຄານ​ແຫ່ງ​ທຳ​ອິດຂອງ​ໄທ​ທີ່​ບໍລິການ​ການ​ຊຳລະ​ສະສາງ​ດ້ວຍ​ເງິນຕາ 13 ສະກຸນ​.

ທ່ານ​ພັດທະຣາພົງ ກັນ​ຫາສຸວັນ ຮອງ​ຜູ້ອຳນວຍການ​ໃຫຍ່​ທະນາຄານ​ກະສິກອນ​ໄທ​ເຫັນ​ວ່າ,ຂະນະ​ທີ່​ຈີນ​ຊຸກຍູ້ການ​ປະຕິບັດນະ​​ໂຍບາຍ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ",ມູນ​ຄ່າ​ການ​ຄ້າ​ລະຫວ່າງ 10 ປະ​ເທດ​ອາ​ຊຽນ​ແລະ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງພົ້ນ​ເດັ່ນ,ຄວາມ​ຕ້ອງກາ​ນຊຳລະ​ສະ​ສາງ​ດ້ວຍ​ເງິນ​ຢວນ​ໃນ​ຕະຫຼາດກໍ​ເພີ່ມ​ຂຶ້ນ.​ຂະນະ​ດຽວ​ກັນ,ມູນ​ຄ່າ​ການ​ຄ້າ​ໃນ​ແຕ່ລະ​ປີ​ລະຫວ່າງ​ອາ​ຊຽນ​ແລະ​ຈີນ,ຍີ່ປຸ່ນ,ສ.​ເກົາຫຼີກໍ​ບັນລຸຫຼາຍກວ່າ 6 ໝື່ນ​ຕື້​ບາດ​ໂດຍ​ສ່ວນ​ຫຼາຍ​ໄດ້ຊຳລະ​ສະ​ສາງ​ດ້ວຍ​ເງິນຕາ​ສາກົນ​ຕົ້ນຕໍ​ເປັນ​ຕົ້ນ​ໂດ​ລາ​ສະຫະລັດ,ປອນ​ອັງກິດ​ແລະ​​​ເອີ​ໂຣ.ຈາກ​ການ​ທີ່ວິ​ສາ​ຫະກິດ​ຕ້ອງ​ແລກ​ເງິນ​ຫຼາຍ​ເທື່ອ,ການ​ເປີດ​ບໍລິການ​ເທື່ອ​ນີ້​ຈະສາມາດຫຼຸດຕົ້ນ​ທຶນ​ໃນ​ການ​ແລກ​ເງິນ​ດັ່ງກ່າວໃຫ້​ໜ້ອຍ​ລົງ​ແລະ​​ເຮັດ​ໃຫ້ການ​ຊື້​ຂາຍ​ໄວ​ຂຶ້ນ​ຢ່າງ​ຫຼວງຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ