ໄຂກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່​ງຊາດ​ຈີນທີ່​ນະຄອນຫຼວງ​ປັກ​ກິ່ງ
2017-03-03 16:30:21  cri 

ກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ​​ໄດ້ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ຕອນ​ບ່າຍ​ວັນ​ທີ 3 ມີນາ​ນີ້ ​ໂດຍຜູ້ນຳ​ພັກ​ລັດ​ຈີນ ​ເປັນ​ຕົ້ນ ທ່ານ​ສີ​ຈິ້ນຜິ​ງ ​ໄດ້​ເຂົ້າ​ຮ່ວມ. ​ໃນ​ໂອກາດ​ດັ່ງກ່າວ, ທ່ານ​ຢີເຈິ້ງ​ເຊິ​ງ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ ​ເຊິ່ງ​ໄດ້​ສະຫຼຸບຕີ​ລາຄາ​ວຽກ​ງານ​ໜຶ່ງ​ປີຜ່ານມາ ​ແລະ​ວາງ​ແຜນ​ວຽກ​ງານ​ປີ 2017.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ