ມາ​ເລ​ເຊຍ​ຍົກ​ເລີກ​ການ​ຍົກ​ເວັ້ນ​ວີ​ຊາ​ໃຫ້​ພົນ​ລະ​ເມືອງ​ສ​ປ​ປ​ເກົາຫຼີ
2017-03-03 10:17:08  cri 
    ຕາມ​ຂ່າວ​ສານ​ຈີນ: ທ່ານ ອາ​ເຮີ​ມັດ ຈາ​ຮິດ ຮາ​ມີ​ດີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ກ່າວ​ຢູ່​ນະ​ຄອນຫຼວງ​ກົວ​ລາ​ລຳ​ເປີ​ເມື່ອ​ວັນ​ທີ 2 ມີ​ນານີ້​ວ່າ, ນັບ​ແຕ່​ອາ​ທິດ​ໜ້າ​ເປັນ​ຕົ້ນ​ໄປ, ພົນ​ລະ​ເມືອງ​ສ​ປ​ປ​ເກົາຫຼີ​ທຸກ​ຄົນທີ່​ເຂົ້າ​ມາ​ເລ​ເຊຍ ຕ້ອງ​ໄດ້​ຂໍ​ວີ​ຊາ ເຊິ່ງມາດ​ຕະ​ການ​ດັ່ງ​ກ່າວ​ຊີ້​ໃຫ້​ເຫັນ​ວ່າ, ມາ​ເລ​ເຊຍ​ໄດ້​ຍົກ​ເລີກ​ນະ​ໂຍ​ບາຍ​​ການຍົກ​ເວັ້ນ​ວີ​ຊາ​ໃຫ້​ພົນ​ລະ​ເມືອງ​ສ​ປ​ປ​ເກົາຫຼີ​ແລ້ວ.

    ທ່ານ ຈາ​ຮີດ ​ກ່າວ​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ພິ​ມີ​ມອບ​ລາງວັນ​ການ​ບໍ​ລິ​ການ​ດີ​ເດັ່ນ​ຂອງ​ກະ​ຊວງ​ພາຍ​ໃນ​ໃນ​ມື້​ດັ່ງ​ກ່າວ​ວ່າ, ນັບ​ແຕ່​ວັນ​ທີ 6 ມີ​ນານີ້​ເປັນ​ຕົ້ນ​ໄປ, ພົນ​ລະ​ເມືອງ​ສ​ປ​ປ​ເກົ​າ​ຫລີ​ບໍ່​ວ່າຈະ​ເປັນ​ໃຜ ຖ້າ​ເດີນ​ທາງ​ມາ​ມາ​ເລ​ເຊຍ​ຕ້ອງ​ໄດ້​ມີ​ວີ​ຊາ ເຊິ່ງ​ການ​ປະ​ກາດ​ມາດ​ຕະການ​ດັ່ງ​ກ່າວ​ກໍ​ເພື່ອຄວາມ​ໝັ້ນ​ຄົງ​ຂອງ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ