ກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ຈະ​ຈັດ​ເປັນ​ເວລາ 10 ວັນ
2017-03-04 12:21:11  cri 
ຕາມ​ຂ່າວສານ​ຊິນ​ຮວາ: ​ທ່ານ​ນາງ​ຟູ້ຢິງ ​ໂຄສົກກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ກ່າວໃນ​ພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 4 ມີນາ​ນີ້​ວ່າ, ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ເລີ່​ມຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 5 ມີນາ ​ແລະ​ອັດ​ລົງ​ໃນ​ຕອນ​ເຊົ້າ​ວັນ​ທີ 15 ມີນາ. ​​ຕະຫຼອ​ດ​ໄລຍະ​ກອງ​ປະຊຸມ, ຈະ​ຈັດ​ພິທີ​ຖະ​ແຫຼ​ງຂ່າວ 17 ​ເທື່ອ​ຢູ່​ສູນ​ຂ່າວ​ທີ່​ໂຮງ​ແຮມ​ມີ​ເຕຍ ​ແລະ​ຈັດ​ວາງ​ໃຫ້​ຜູ້​ຮັບຜິດຊອບ​ຂອງ​ພາກສ່ວ​ນທີ່​ກ່ຽວຂ້ອງ​ຕ່າງໆ​ຕອບ​ຄຳ​ຖາມ​ທີ່​ຄົນ​ທັງຫຼາຍ​ສົນ​ໃຈ​ ຕາມ "ທາງ​ຍ່າງ​ລັດຖະມົນຕີ" ກ່ອນ​ກອງ​ປະຊຸມ​ຄົບ​ຄະນະ​ທຸກ​ຄັ້ງ.

ທ່ານ​ນາງ​ຟູ້ຢິງກ່າວ​ວ່າ, ກອງ​ປະຊຸມ​ມີ​ວາລະ​ປະຊຸມ 11 ລາຍ, ນອກຈາກ​ສຳ​ຫຼວດພິຈາລະນາ​ແລະ​ຜ່ານ 6 ບົດ​ລາຍ​ງານ​ວຽກ​ງານ ​ເປັນ​ຕົ້ນ ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ແລ້ວ, ຍັງ​ສຳ​ຫຼວດພິຈາລະນາ​ຮ່າ​ງກົດໝາຍ​ແພ່ງ ​ແລະ​ຍັດຕິ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13. ກອງ​ປະຊຸມ​ຈະ​ປະຕິບັດ​ຕາມ​ນ້ຳ​ໃຈ​ "ກົດ​ເຫຼັກ 8 ຂໍ້" ຂອງ​ສູນ​ກາງ​ພັກ ​ແລະ​ຈັດ​ກອງ​ປະຊຸມ​ແບບ​ປະຢັດ​ມັດທະຍັດ.

ທ່ານ​ນາງ​ຟູ້ຢິງກ່າວ​ຕື່ມ​ວ່າ, ພິທີ​ປິດ​ກອງ​ປະຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 15 ມີນາ, ທ່ານ​ນາຍົກລັດຖະມົນຕີຫຼີ​ເຄີ້ຊຽງ​ຈະ​ພົບ​ປະ​ນັກ​ຂ່າວ​ຈີນ​ແລະ​ຕ່າງປ​ະ​ເທດ. ກອງ​ປະຊຸມ​ຄົບ​ຄະນະ​ຈະ​ເປີດ​ເຜີຍ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ, ກອງປະຊຸມ​ວົງ​ແຄບ​ຂອງ​ຄະນະ​ຜູ້​ແທນ​ຕ່າງໆ​ກໍ​ຈະ​ໃຫ້​ນັກ​ຂ່າວ​ໄປ​ສຳພາດ​ສ່ວນ​ໜຶ່ງ.​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ສູນ​ຂ່າວ​ນັ້ນ, ປັດຈຸບັນ​ມີ​ຫົວໜ້າ​ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ໃນ​ວັນ​ທີ 6 , ລັດຖະມົນຕີ​ກະຊວງ​ການ​ເງິນ​ຈັດ​ຢູ່​ໃນ​ວັນ​ທີ 7, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈັດ​ຢູ່​ໃນ​ວັນ​ທີ 8, ລັດຖະມົນຕີ​ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ​ແລະ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈັດ​ຂຶ້ນ​ໃນ​ວັນ​ທີ 11.

ທ່ານ​ນາງ​ຟູ້ຢິງກ່າວ​ຕື່ມ​ວ່າ, ນັກ​ຂ່າວ​ທີ່​ມາ​ເອົາ​ຂ່າວ​ໃນ​ກອງ​ປະຊຸມ​ມີ 3000 ກວ່າ​ຄົນ, ​ໃນ​ນັ້ນ, ມີ​ນັກ​ຂ່າວ 1500 ກວ່າ​ຄົນ​ມາ​ຈາກ​ຕ່າງປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ