ຕອນຄ່ຳວັນທີ 3 ມີນານີ້, ຢູ່ເຊີແນວ, ທ່ານສະດາຟານ ເດ ມີສະດູຣາ ທູດພິເສດບັນຫາຊີຣີຂອງເລຂາທິການໃຫຍ່ສະຫະປະຊາຊາດປະກາດວ່າ, ໂດຍຜ່ານການເຈລະຈາດຸເດືອດທີ່ເປັນເວລາ 9 ມື້, ການເຈລະຈາສັນຕິພາບເຊີແນວກ່ຽວກັບບັນຫາຊີຣີສິ້ນສຸດລົງໃນມື້ດຽວກັນ. ການເຈລະຈາຮອບໜ້າຈະເລິ່ມແຕ່ທ້າຍເດືອນມີນານີ້.
ໃນກອງປະຊຸມຂ່າວ, ທ່ານເດ ມີສະດູຣາກ່າວວ່າ, ເຖິງການເຈລະຈາຮອບນີ້ບໍ່ໄດ້ມີການບຸກທະລຸອັນສຳຄັນ, ແຕ່ໃນຕອນທ້າຍຂອງການເຈລະຈາຮອບນີ້, ຄະນະຜູ້ແທນລັດຖະບານຊີຣີ ກັບ ຄະນະຜູ້ແທນຝ່າຍຄ້ານຊີຣີທີ່ເຂົ້າຮ່ວມການເຈລະຈາໄດ້ກ້າວເຖິງມີຄວາມເຫັນເປັນເອກະພາບກັນຕໍ່ວາລະຕົ້ນຕໍຂອງການເຈລະຈາໃນຂັ້ນຕໍ່ໄປ ເຊິ່ງໄດ້ສ້າງພື້ນຖານທີ່ດີງາມຕໍ່ການເຈລະຈາສັນຕິພາບຮອບໜ້າ.
ໃນຕົ້ນປີ 2016, ລັດຖະບານຊີຣີ ກັບ ຜູ້ຕາງໜ້າຝ່າຍຄ້ານຊີຣີໄດ້ຈັດການເຈລະຈາສັນຕິພາບຫຼາຍເທື່ອຢູ່ເຊີແນວ, ແຕ່ຍ້ອນວ່າຄວາມເຫັນຂັດແຍ່ງກັນຫຼາຍ, ສອງຝ່າຍໄດ້ຢຸດຕິການເຈລະຈາໃນເດືອນເມສາປີ 2016.