ຈີນສູ້​ຊົນ​ເຮັດ​ໃຫ້ເສດຖະກິດປີ 2017 ​ເຕີບ​ໂຕຢູ່​ໃນ​ລະດັບ 6,5%
2017-03-05 16:28:58  cri 
ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ທີ່ເປີດ​ເຜີຍ​ໃນ​ວັນ​ທີ 5 ມີນາ​ນີ້​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງວ່າ: ຍອດ​ມູນ​ຄ່າ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ​ຫຼື GDP ຂອງຈີນໃນປີ 2017 ຈະເຕີບໂຕປະມານ 6,5%, ແລະ​ເມື່ອ​ບັນລຸ​ຕາມ​ເປົ້າ​ໝາຍ​ກໍ​ໄດ້​ເນັ້ນ​ໃຫ້​ຄວາມ​ສຳຄັນ​ຕໍ່​ການຈັດ​ຕັ້ງປະຕິບັດ​ຕົວ​ຈິງ​ໃຫ້​ເປັນ​ຮູບ​ປະ​ທຳ.

ບົດ​ລາຍ​ງານຊີ້​​ໃຫ້​ເຫັນວ່າ: ຄາດ​ໝາຍ​ດັ່ງກ່າວ​ສອດຄ່ອງ​ກັບ​ກົດ​ເກນ​ເສດ​ຖະກິດ​ແລະ​ສະພາບ​ຕົວ​ຈິງ​ແລະ​ທີ່​ສຳຄັນມີ​ຜົນ​ດີ​ຕໍ່​ການ​ຊີ້​ນຳແລະການ​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ຄາດໝາຍ ພ້ອມ​ທັງ​ເປັນ​ການ​ປັບປຸງ​ໂຄງ​ປະກອບ​ ​ແລະ​ຕອບ​ສະໜອງ​ຕາມຄວາມ​ຮຽກຮ້ອງຕ້ອງການ​ໃນ​ການສ້າງ​ສັງຄົມ​ທີ່​ອີ່ມ​ໜຳ​ສຳລານ​ໃຫ້​ສຳ​ເລັດ​ຜົນ​ຢ່າງຮອບດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ