ບຸກຄົນ​​ໃນວົງ​ການການ​ເມືອງ​ແລະ​ເສດຖະກິດ​ໄທສົນ​ໃຈ​ຈຸດ​ຢືນ​ແລະນະ​ໂຍບາຍ​ຂອງລັດຖະບານ​ຈີນ
2017-03-05 10:10:18  cri 

CRI ລາຍ​ງານ​ວ່າ: ​ໃນ​ໄລຍະ​ດຳ​ເນີນກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ, ບຸກຄົນ​ໃນ​ວົງ​ການ​ການ​ເມືອງ​ແລະ​ເສດຖະກິດ​ຂອງ​ໄທ ​ໄດ້​ສົນ​ໃຈ​​ຕໍ່​ຈຸດຢືນ​ແລະ​ນະ​ໂຍບາຍ​ໃໝ່​ຂອງ​ລັດຖະບານ​ຈີນ ​ໂດຍ​ເຫັນ​ວ່າ ຄຽງ​ຄູ່​ກັບ​ການ​ກໍ່ສ້າງ​ໃນ​ຂອບ "ໜຶ່ງ​ແລວທາງ​ໜຶ່ງ​ເສັ້ນທາງ" ຄືບ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ, ວິ​ສາ​ຫະກິດ​ຂອງ​ປະ​ເທດ​ຕົນ​ກໍ​ຈະ​ມີ​ໂອກາດ​ໃນ​ການ​ພັດທະນາ​ໃໝ່ຫຼາຍຂຶ້ນ.

ທັງ​ນີ້, ທະນາຄານ​ກະສິກອນ​ໄທ ​ໄດ້​ສ້າງຕັ້ງສາຂາ​ສອງ​ແຫ່ງ​ຢູ່​ຈີນ​ແລ້ວ, ຂະນະ​ທີ່ທ່ານ ພັດທະຣະພົງ ກັນຫາ​ສຸວັນ ຮອງ CEO ບໍລິຫານ​ງານ​ທີ່​ຮັບຜິດຊອບ​ຕະຫຼາດຈີນ​ແລະ​ກິດຈະການ​ໂລກ ຂອງ​ທະນາຄານ​ດັ່ງກ່າວ ກ່າວ​ວ່າ: "ພວກ​ຂ້າພະ​ເຈົ້າຫວັງ​ຢ່າງ​ແຮງ​ກ້າ​ທີ່​ຈະ​ໄດ້​ຮູ້​ນະ​ໂຍບາຍ​ແລະ​ນະ​ໂຍບາຍ​ໃໝ່​ຂອງ​ລັດຖະບານ​ຈີນ​ໃນ​ກອງ​ປະຊຸມສອງ​ສະພາ. ຂະນະ​ທີ່​ປັດຈຸບັນ ຈີນ​ກໍໄດ້​ເຂົ້າສູ່​ໄລຍະທີ່​​ເສດ​ຖະກິດກ້າວ​ເຂົ້າສູ່ສະພາວະປົກກະຕິ​​ໃໝ່ ​ໂດຍ​​ໃຫ້​ຄວາມ​ສຳຄັນ​ຕໍ່​ຄຸນ​ນະພາ​ບຂອງການ​ເຕີບ​ໂຕ​ເສດຖະກິດຫຼາຍກວ່າ ສົ່ງ​ຜົນ​ເຮັດໃຫ້​ພວກ​ຂ້າພະ​ເຈົ້າ​ໄດ້​ຮັບໂອກາດຢ່າງ​ໃຫຍ່ຫຼວງ."

​ໄທ​ໄດ້​ວາງ​ຍຸດ​ທະ​ສາດ​ໃໝ່​ດ້ານ​ການ​ພັດທະນາ​ເສດຖະກິດ​ປະ​ເທດ​ຕົນ ​ໂດຍ​​ເຈົ້າໜ້າ​ທີ່​ລັດຖະບານ ລວມທັງ​ທ່ານ​ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ ກໍ​ໄດ້ຢືນຢັນ​ຈະ​ຊຸກຍູ້​ການ​ເຊື່ອມ​ຕໍ່​ລະຫວ່າງ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ​ປະ​ເທດ​ຕົນ​ກັບ​ນະ​ໂຍບາຍການ​ພັດທະນາ​​ດ້ວຍ​ການ​ປະດິດ​ສ້າງ​ໃໝ່ ​ແລະ "ໜຶ່ງ​ແລວທາງ​ໜຶ່ງ​ເສັ້ນທາງ" ຂອງ​ຈີນ.

ທ່ານ​ກອບ​ສັກ ພູ​ຕະກູນ ຮອງ​ລັດຖະມົນຕີ​ປະຈຳ​ສຳນັກງານ​ນາຍົກລັດຖະມົນຕີ​ໄທ ກໍ​ໄດ້​ໃຫ້​ສຳພາດ​ນັກ​ຂ່າວ ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI ວ່າ: "ຂໍ້​ລິ​ເລີ່​ມໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​ມີ​ບົດບາດ​ຕໍ່​ອາ​ຊຽນ ລວມທັງ​ປະ​ເທດ​ຕົນ, ຈາກ​ນີ້ ພວກ​ຂ້າພະ​ເຈົ້າຈຶ່ງຫວັງ​ວ່າ​ຈະ​ມີ​ວິ​ສາ​ຫະກິດ​ຈີນ​ໄປ​ລົງທຶນ​ຢູ່​ປະ​ເທດ​ຕົນຫຼາຍຍິ່ງ​ຂຶ້ນ ​ເພື່ອ​ບັນລຸ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ