ຈີນປະສົບ​ຜົນສຳ​ເລັດ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ
2017-03-05 11:45:15  cri 

ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ໄດ້​ຂຶ້ນຜ່ານ​ບົດ​ລາຍ​ງານ​ວຽກງານ​ລັດຖະບານ​ຕໍ່​ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​​ໃນ​ວັນ​ທີ 5 ມີນາ​ນີ້​ ​ໂດຍ​ໄດ້​ຍົກ​ໃຫ້​ເຫັນວ່າ: ການ​ປະຕິບັດ​ເປົ້າໝາຍ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ​​ໃນ​ປີ 2016 ​ໄດ້​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ ​​ແລະ​ກໍ​ເປັນ​ການ​ເລີ່​ມຕົ້ນທີ່​ດີ​ໃນ​ການ​ປະຕິບັດ "​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງທີ 13".

ທ່ານຫຼີ​ເຄີ້ສຽງ ກ່າວ​ວ່າ: ​ໃນດ້ານ​ເສດຖະກິດນັ້ນກໍ​ສາມາດ​ບັນລຸລວມຍອດ​ຜະລິດ​ຕະພັນພາຍ​ໃນ ຫຼື GDP ​ເຖິງ 74400 ຕື້ຢວນ ​ເພີ່ມ​ຂຶ້ນ 6,7% ​ເມື່ອ​ທຽບ​ໃສ່​ປີ 2015 ​ແລະສາມາດ​ປະກອບສ່ວນ​ຕໍ່ອັດຕາການ​ເຕີບ​ໂຕ​ຂອງ​ເສດ​ຖະກິດ​ໂລກ​ໄດ້ຫຼາຍກວ່າ 30%. ຂະນະ​ທີ່​ການ​​ໃຊ້​ພະລັງງານ​ຕໍ່​ຫົວ​ໜ່ວຍ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ​ໄດ້ຫຼຸດລົງ 5%, ການ​ພັດທະນາ​ເສດຖະກິດ​ມີຄຸນ​ນະພາ​ບ​ແລະປະສິດທິພາບ​ສູງ​ຂຶ້ນຢ່າງ​ຈະ​ແຈ້ງ.

ສ່ວນ​ການຫຼຸດຜ່ອນ​ຄວາມທຸກ​ຍາກນັ້ນ, ລັດຖະບານ​ໄດ້​ໃຊ້​ງົບປະມານ​​​ເພື່ອຫຼຸດຜ່ອນ​ຄວາມທຸກ​ຍາກ​ໃນ​ທົ່ວ​ປະ​ເທດຫຼາຍກວ່າ 100 ຕື້​ຢວນ ສົ່ງ​ຜົນ​ເຮັດ​ໃຫ້ປະຊາກອນ​ຜູ້​ທຸກ​ຍາກ​ໃນ​ຊົນນະບົດ​​ໄດ້ຫຼຸດລົງ 12 ລ້ານ 4 ​ແສນ​ຄົນ. ນອກ​ຈາກ​ນີ້, ກໍ​ມີ​ຜົນງານ​ດ້ານ​ອື່ນໆ ຢ່າງ​ພົ້ນ​ເດັ່ນ​ຂຶ້ນ​ເປັນຕົ້ນ ດ້ານ​ການ​ສຶກສາ, ລັດຖະບານ​ໄດ້​ອະນຸມັດງົບປະມານ​​ເຂົ້າ​ໃນ​ດ້ານ​ນີ້ຫຼາຍກວ່າ 4% ຂອງ GDP ຢ່າງຕໍ່​ເນື່ອງ. ຂະນະ​ດຽວ​ກັນ ກໍ​ໄດ້ຍົກ​ເວັ້ນຄ່າ​ຮຽນ​ຄ່າ​​ໃຊ້​ຈ່າຍ​ທົ່ວ​ໄປໃຫ້​ແກ່​ນັກຮຽນ​ມັດທະຍົມ​ປາຍ​ໃນ​ຄອບຄົວ​​ທຸກ​ຍາກຢູ່ຊົນນະບົດ, ທັງ​ໄດ້​ໃຫ້​ທຶນ​ຊ່ວຍ​ເຫຼືອນັກຮຽນ​ທຸກ​ຍາກໃນ​ໂຮງຮຽນ ຫຼື ມະຫາວິທະຍາ​ໄລ ​ແລະ ສະ​ຖາ​ບັນ​ການ​ສຶກສາ​ຊັ້ນສູງ​ ໃນ​ປີ 2016 ຫຼາຍກວ່າ 84 ລ້ານ​ເທື່ອ​ຄົນ.

ນາຍົກລັດຖະມົນຕີຈີນ ກ່າວ​ຕື່ມ​ວ່າ: ປີຜ່ານມາ, ມີ​ຜູ້​ປະກອບ​ອາຊີບ​​ເພີ່ມ​ຂຶ້ນ 13 ລ້ານ 1 ​ແສນ 4 ໝື່ນ​ກວ່າ​ຄົນ, ຂະນະ​ທີ່​ຈຳນວນນັກ​ສຶກສາ​ທີ່​ຮຽນ​ຈົບ​​ແລະ​ປະກອບ​ອາຊີບກໍ​ໄດ້​ສ້າງ​ສະຖິຕິ​ໃໝ່ ນຳ​ໄປ​ສູ່​ການ​ເຮັດ​ໃຫ້ອັດຕາ​ວ່າງ​ງານ​ໃນ​ຕົວ​ເມືອງ​ໄດ້ຫຼຸດລົງ​ຢູ່​ໃນ​ລະດັບ 4,02% ​​ເຊິ່ງເປັນ​ລະດັບ​ຕ່ຳ​ສຸດ​​ເມື່ອ​ທຽບ​ໃສ່ຫຼາຍປີຜ່ານມາ. ​ເຊັ່ນ​ດຽວ​ກັນ​ກັບດ້ານ​ການທ່ອງທ່ຽວ ​ໂດຍ​ສະ​ເພາະການທ່ອງທ່ຽວ​ພາຍ​ໃນ​ປະ​ເທດ​ໄດ້​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ ​ແລະ ນັກ​ທ່ອງ​ທ່ຽວ​ທີ່​ໄປ​ທ່ຽວ​ຕ່າງປະ​ເທດກໍ​ບັນລຸຫຼາຍກວ່າ 120 ລ້ານ​ເທື່ອ​ຄົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ