ຈີນ​ຕັ້ງໜ້າ​ແລະ​ເປັນ​ເຈົ້າການ​ເປີດ​ກວ້າງ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ
2017-03-05 11:49:36  cri 

ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ໄດ້​ຂຶ້ນຜ່ານ​ບົດລາຍ​ງານ​ວຽກ​ງານ​ລັດຖະບານ ​ໃນ​ວັນ​ທີ 5 ມີນາ​ນີ້ ​ໂດຍ​ສະ​ເພາະ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ ວ່າ: ຈີນ​​ໄດ້​ເຮັດ​ວຽກ​ນີ້​ຢ່າງຕັ້ງໜ້າ​ແລະ​ເປັນ​ເຈົ້າການ​ເປີດ​ກວ້າງ​ດ້ວຍ​ຜົນສຳ​ເລັດ ​ແລະ​ໃນ​ຂະນະ​ທີ່​ຜະ​ເຊີນ​ກັບ​ການ​ປ່ຽນ​ແປງ​ໃໝ່​ຂອງ​ສະພາບ​ການ​ສາກົນ ​ແລະ ຄວາມ​ຕ້ອງການ​ໃໝ່​ຂອງ​ການ​ພັດທະນາ​ພາຍ​ໃນ​ປະ​ເທດ, ຈີນ​ຈະ​ຕ້ອງ​​ໄດ້ປັບປຸງ​ຍຸດ​ທະ​ສາດ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ໃຫ້​ສົມບູນ​ຂຶ້ນຕື່ມ​ອີກ ​ໂດຍ​ການ​ເລັ່ງສ້າງ​ໂຄງ​ປະກອບ​ໃໝ່​ດ້ານ​ເສດຖະກິດ​ແບບ​ເປີດ​ປະຕູ ​ແລະ ຊຸກຍູ້​ຂະ​ບວນການ​ເປີດປະຕູ​ໃຫ້​ເຂົ້າສູ່​ລວງ​ເລິກ ​ແລະ ມີ​ລະດັບ​ສູງ​ ຍິ່ງໆ​ຂຶ້ນ.

ນອກຈາກ​ນີ້ ກໍ​ຈະ​ຊຸກຍູ້​ການ​ກໍ່ສ້າງ​ໃນ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຢ່າງຈິງ​ຈັງ, ຍຶດໝັ້ນການຮ່ວມປຶກສາ​ຫາລື, ຮ່ວມ​ກໍ່ສ້າງ ​ແລະ ຊົມ​ໃຊ້​ຜົນ​ປະ​ໂຫຍ​ດຮ່ວມ​ກັນ, ສ້າງກົນ​ໄກ​ຮ່ວມ​ມື​ຜ່ານ​ດ່ານ​ຕາມ  "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ສຸມ​ໃສ່​ປັບປຸງສະພາບ​ແວດ​ລ້ອມ​ການ​ລົງທຶນສຳລັບ​ນັກ​ລົງທຶນ​ຕ່າງປະ​ເທດ​ໃຫ້​ດີ​ຂຶ້ນ, ສະໜັບສະໜູນວິ​ສາ​ຫະກິດ​ທຶນ​ຕ່າງປະ​ເທດຈົດ​ທະບຽນ​ໃນ​ຕະຫຼາດຫຼັກຊັບ​ ​ແລະ ຈຳໜ່າຍ​ພັນທະບັດ​ຢູ່​ຈີນ. ຂະນະ​ດຽວ​ກັນ​ກໍອະນຸຍາດ​ໃຫ້​ເຂົ້າຮ່ວມ​ໂຄງການ​ແຜນການ​ວິທະຍາສາດ​ເຕັກນິກ​ລະດັບ​ຊາດ ​ແລະ​ ຈະປະຕິ​ບັດຕໍ່​ວິ​ສາ​ຫະກິດ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ໃຫ້​ເທົ່າ​ທຽມ​ກັນ ທັງ​ໃນ​ການ​ອະນຸຍາດ​ຄຸນ​ວຸດ​ທິ, ການ​ກຳນົດ​ມາດຕະຖານ ​ແລະ ການຈັດ​ຊື້​ຂອງ​ລັດຖະບານ.

​ນາຍົກລັດຖະມົນຕີຈີນ ກ່າວ​ຕື່ມ​ວ່າ: ເສດຖະກິດ​ໂລກາ​ພິວັດ​ໃນ​ປັດຈຸບັນ ລ້ວນ​ແຕ່ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ. ຂະນະ​ທີ່​ຈີນ​ຈະ​ເດັດດ່ຽວ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ທົ່ວ​ໂລກ, ປົກ​ປ້ອງ​ຖານະ​ຊ່ອງ​ທາງ​ຕົ້ນຕໍ​ຂອງໂຄງ​ປະກອບ​ການ​ຄ້າຫຼາຍຝ່າຍ, ຕັ້ງໜ້າ​ເຂົ້າຮ່ວມ​ເຈລະຈາ​ການ​ຄ້າຫຼາຍຝ່າຍ, ຊຸກຍູ້​ອະນຸ​ສັນຍາ​ການ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໃຫ້​ມີ​ຜົນ​ສັກສິດ​​​ແລະ​ໄດ້​ຮັບ​ການຈັດຕັ້ງປະຕິບັດຢ່າງຮອບດ້ານ, ​​ເຈລະຈາ​ສັນຍາ​ການ​ພົວພັນ​ຄູ່​ຮ່ວມ​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ​ໃຫ້​ສຳ​ເລັດ​ໂດຍ​ໄວ, ຊຸກຍູ້​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ອາຊີ​ປາຊີ​ຟິກ. ​ແນວ​ໃດ​ກໍ​ດີ, ຈີນ​ແມ່ນ​ປະ​ເ​ທດທີ່​ມີ​ຄວາມ​ຮັບຜິດຊອບ ​ແລະ​​​ຈັດຕັ້ງປະຕິບັດຫຼັງ​ໄດ້​ສັນ​ຍາ​ໄວ້​ຢ່າງ​ຕັ້ງໜ້າ​ມາ​ໂດຍ​ຕະຫຼອດ, ຂະນະດຽວ​ກັນ​​ກໍ​ຈະ​​ເດັດ​ດ່ຽວປົກ​ປັກ​ຮັກສາ​ສິດ​ແລະຜົນ​ປະ​ໂຫຍ​ດຕາມ​ທາງ​ສົມຄວນຂອງ​ຕົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ