ປະຊາຊົນ ສ.​ເກົາຫຼີ ​ໂຮມຊຸມນຸມ​ແສງ​ທຽນ​ຄັດຄ້ານ​ລະບົບ THAAD
2017-03-05 11:59:04  cri 

ປະຊາຊົນ​ເມືອງ​ຊິງ​ຈູ ​ແຂວງ​ຊິງ​ຊາງ​ເໜືອ ສ.​ເກົາຫຼີ ​ໄດ້​​ໂຮມ​ຊຸມນຸມ​ແສງ​ທຽນຄັດຄ້ານ​ການ​ຕິດຕັ້ງລະບົບ​ຕ້ານ​ຂີ​ປະ​ນາ​ວຸດ THAAD ຄັ້ງທີ 235 ​ໃນ​ຕອນ​ຄ່ຳ​ວັນ​ທີ 4 ມີນາ​ນີ້ ​ທີ່​ເປັນ​ການ​ຮ່ວມ​ມື​ລະຫວ່າງ​ອາ​ເມ​ລິກາ​ແລະ​ປະ​ເທດ​ຕົນຢ່າງ​ຮຸນ​ແຮງ.

ຜູ້ເຂົ້າຮ່ວມຊຸມນຸມ​ເຫັນ​ວ່າ, ​ແຜນການ​ຕິດຕັ້ງລະບົບ THAAD ​​ເປັນ​ເລື່ອງ​ຜິດ​ກົດໝາຍ ​ແລະ ບໍ່​ມີ​ປະສິດທິ​ຜົນ ​ໂດຍ​ບໍ່​ໄດ້​ເຄົາລົບ​ລະບຽບ​ການ​ທີ່​ກ່ຽວຂ້ອງ ທັງ​ບໍ່​ໄດ້​ຂໍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະຊາຊົນ​ທ້ອງ​ຖິ່ນ​ມາ​ກ່ອນ. ຂະນະ​ທີ່ທ່ານ​ລີ​ແຈ​ດົງ ຜູ້​ຮັບຜິດຊອບຄະນະ​ຊາວ​ເມືອງ​ທ້ອງ​ຖິ່ນກ່າວ​ວ່າ: ລະບົບ THAAD ຈະ​ບໍ່​ສາມາດ​ປົກ​ປັກ​ຮັກສາ​ປະ​ເທດ​ຕົນ​ໄດ້ ​ແຕ່​ມັນຍັງ​ຈະ​ນຳ​​ເອົາອັນຕະລາຍມາສູ່ປະ​ເທດ​ຕົນ​ ​ແລະ ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໃນ​ທີ່​ສຸດກໍ​ແມ່ນ​ອາ​ເມ​ລິ​ກາ​ແລະ​ຍີ່ປຸ່ນ. ສະນັ້ນ, ຈຶ່ງບໍ່​ມີ​​ເຫດຜົນ​ໃດໆ​ທີ່​ຈະ​ຕິດຕັ້ງລະບົບ​ດັ່ງກ່າວ.

​ເດືອນ​ກໍລະກົດ​ປີຜ່ານມາ, ສ.​ເກົາຫຼີ ​ແລະ ອາ​ເມ​ລິ​ກາ​ໄດ້​ປະກາດ​ວ່າ​ຈະ​ຕິດຕັ້ງລະບົບ​ຕ້ານ​ຂີ​ປະ​ນາ​ວຸດຢູ່ ສ.​ເກົາຫຼີ, ​ແຕ່​ໄດ້​ຖືກ​ຊາວ​ເມືອງ​ເປັນ​ຈຳນວນຫຼາຍ, ອົງການ​ສາສະໜາ ​ແລະຫຼາຍປະ​ເທດ​ທີ່​ກ່ຽວຂ້ອງ ລວມທັງ​ຈີນ​ ​ໄດ້ຄັດຄ້ານຢ່າງ​ເດັດດ່ຽວ, ​ແຕ່​​ເຈົ້າໜ້າທີ່ທະຫານ ສ.​ເກົາຫຼີ ກໍ​ໄດ້​ວາງ​ແຜນ​ຈະ​ນຳ​ເອົາລະບົບ​ດັ່ງກ່າວ​​ເຂົ້າສູ່​ປະ​ເທດ​ຕົນ​ໃຫ້​ສຳ​ເລັດ​ລະຫວ່າງ​ເດືອນ​ພຶດສະພາ​ຫາ​ເດືອນ​ກໍລະກົດ​ປີ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ