ກອງປະຊຸມສະພາປະຊາຊົນແຫ່ງຊາດຈີນຄັ້ງທີ 5 ຊຸດທີ 12 ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ
2017-03-05 09:28:33  cri 



CRI ລາຍງານວ່າ: ກອງປະຊຸມສະພາປະຊາຊົນແຫ່ງຊາດຈີນຄັ້ງທີ 5 ຊຸດທີ 12 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງໃນຕອນເຊົ້າວັນທີ 5 ມີນານີ້  ໂດຍທ່ານສີຈິ້ນຜິງ ແລະຜູ້ນຳພັກ-ລັດຈີນທ່ານອື່ນໆ ເຂົ້າຮ່ວມ.

ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີ ໄດ້ຂຶ້ນຜ່ານບົດລາຍງານວຽກງານລັດຖະບານຕໍ່ກອງປະຊຸມ ໂດຍໄດ້ສະຫຼຸບຕີລາຄາວຽກງານ 1 ປີຜ່ານມາ ແລະ ວາງແຜນການຈັດຕັ້ງປະຕິບັດໃນປີນີ້ຢ່າງເປັນຮູບປະທຳ. ຂະນະທີ່ໃນກອງປະຊຸມທີ່ຈະດຳເນີນຫຼາຍມື້ນັ້ນ, ບັນດາຜູ້ແທນສະພາປະຊາຊົນແຫ່ງຊາດເກືອບ 3.000 ທ່ານຈະປະຕິບັດໜ້າທີ່ຂອງຕົນ ໂດຍການຄົ້ນຄວ້າພິຈາລະນາບົດລາຍງານວຽກງານລັດຖະບານ ແລະ ຈະລົງຄະແນນສຽງຮັບຮອງໃນພິທີປິດປະຊຸມ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ