ຕາມຂ່າວCRI: ວັນທີ 5 ມີນານີ້, ທ່ານຫຼີເຄີ້ສຽງ, ນາຍົກລັດຖະມົນຕີຈີນໄດ້ຂຶ້ນຜ່ານບົດລາຍງານວຽກງານຂອງລັດຖະບານໂດຍຊີ້ໃຫ້ເຫັນວ່າ, ໂດຍປະເຊີນໜ້າກັບການປ່ຽນແປງຢ່າງເລິກເຊິ່ງຕໍ່ສະພາບເສດຖະກິດການເມືອງຂອງໂລກ, ຈີນຈະຢືນຢູ່ຂ້າງສັນຕິພາບແລະສະຖຽນລະພາບໂດຍຕະຫຼອດ, ທັງຢືນຢູ່ຂ້າງຄວາມຍຸຕິທຳແລະຄວາມເປັນທຳ, ເປັນຜູ້ສ້າງສັນຕິພາບ, ຜູ້ພັດທະນາແລະຜູ້ຮັກສາຄວາມເປັນລະບຽບຂອງໂລກ.
ທ່ານຫີເຄີ້ສຽງກ່າວວ່າ, ຈີນຈະຍຶດໝັ້ນເດີນຕາມເສັ້ນທາງການພັດທະນາໂດຍສັນຕິ, ທັງຍຶດໝັ້ນປົກປັກຮັກສາອຳນາດອິດທິພົນແລະຜົນສັກສິດຂອງລະບອບຫຼາຍຝ່າຍ, ຂະນະດຽວກັນກໍຄັດຄ້ານຕໍ່ລັດທິການຮັກສາດ້ວຍຮູບການໃດໆ, ເຂົ້າຮ່ວມຂະບວນການປົວແປງທົ່ວໂລກຢ່າງເລິກເຊິ່ງ, ຊີ້ນຳໃຫ້ເກີດການຫັນເສດຖະກິດທົ່ວໂລກເປັນການພັດທະນາຕາມທິດທາງທີ່ລວມສູນຫຼາກຫຼາຍວັດທະນະທໍາແລະມີຜົນປະໂຫຍດຮ່ວມກັນ, ມີຄວາມຍຸຕິທໍາແລະສົມເຫດສົມຜົນ. ທັງພະຍາຍາມສ້າງສາສະພາບແວດລ້ອມທີ່ໄວ້ເນື້ອເຊື່ອໃຈຖານບ້ານໃກ້ເຮືອນຄຽງແລະພັດທະນາຮ່ວມກັນກໍຄືກັນ, ຍົກສູງລະດັບການຮ່ວມມືລະຫວ່າງບັນດາປະເທດທີ່ກໍາລັງພັດທະນາຢ່າງຮອບດ້ານ.
ທ່ານກ່າວຕື່ມວ່າ, ພວກເຮົາຍິນດີຮ່ວມກັນກັບປະຊາຄົມໂລກ. ພະຍາຍາມເສີມສ້າງສາຍພົວພັນສາກົນແບບໃໝ່ທີ່ຖືເອົາການຮ່ວມມືດ້ວຍການມີຜົນປະໂຫຍດຮ່ວມກັນເປັນໃຈກາງແລະປະກອບສ່ວນໃໝ່ເຂົ້າໃນການກໍ່ສ້າງປະຊາຄົມຮ່ວມໂຊກຊະຕາຂອງມວນມະນຸດ.


















