ພັກ​ເສລີ​ປະຊາທິປະ​ໄຕ​ຍີ່ປຸ່ນ​ແກ່ຍາວ​ອາຍຸ​ການຂອງ​ປະທານ​ພັກ ທ່ານ​ຊິນ​ໂຈ ອາ​ເບະ​ອາດ​ຈະ​ຄອງ​ອຳນາດ​ຍາວ
2017-03-05 15:05:54  cri 
ຕາມ​ຂ່າວCRI: ວັນ​ທີ 5 ມີນາ​ນີ້, ພັກ​ເສລີ​ປະຊາທິປະ​ໄຕ​ເຊິ່ງ​ເປັນ​ພັກ​ຄອງ​ອຳນາດ​ຂອງ​ຍີ່​ປຸ່ນ​ໄດ້​ຕົກລົງ​ຈະ​ປັບປຸງ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ແກ່ຍາວ​ອາຍຸ​ການ​ຂອງ​ປະທານ​ພັກ, ​​ແລະ​ຈາກ​ນັ້ນ​ກໍ​ຈະເຮັດ​ໃຫ້​ທ່ານ​ຊິນ​ໂຈວ ອາ​ເບະ, ປະທານ​ພັກ​ເສລີ​ປະຊາທິປະ​ໄຕ, ນາຍົກລັດຖະມົນຕີ​ອາດ​ຈະ​ຄອງ​ອຳນາດ​ຢ່າງຍາວນານ.

ທັງ​ນີ້​ເມື່ອນ​ເດືອນສິງຫາ​ປີ 2016 ຜ່ານ​ມາ, ພັກ​ເສລີ​ປະຊາທິປະ​ໄຕ​ຍີ່ປຸ່ນ​ໄດ້​ຕົກລົງ​ແກ່ຍາວ​ອາຍຸ​ການ​ຂອງ​ປະທານ​ພັກ, ​​ໂດຍການ​ອະນຸຍາດ​​​ໃຫ້​ທ່ານ​ຊິນ​ໂຈ​ວ ອາ​ເບະ, ​ຄອງ​ອຳນາດ​ໄດ້​ຢ່າງ​ຍາວ​ນານ​ແລະ​ຈາກ​ການ​ຕົກລົງ​ດັ່ງກ່າວ​​ເຮັດ​ໃຫ້​ສັງຄົມ​ຍີ່ປຸ່ນ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ກວ້າງ​ຂວາງ. ຂະນະ​ທີ່ຫາງ​ສຽງພາຍ​ໃນ​ປະ​ເທດ​ຍີ່ປຸ່ນ​ທີ່​ຄັດ​ຄ້ານຕໍ່​ການ​ແກ່ຍາວ​ອາຍຸ​ການ​ຂອງປະທານ​ພັກ​ເສລີ​ປະຊາທິປະ​ໄຕ​​ເຫັນ​ວ່າ, ອຳນາດ​ຂອງ​ທ່ານ​ຊິນ​ໂຈ ອາ​ເບະ​ຄວນ​ຢູ່​ໃນ​ຂອບຈຳກັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ