ໄທຮັບ​ຮອງ​ກົດລະບຽບວ່າ​ດ້ວຍ​ຢາສູບ​ສະບັບ​ໃໝ່
2017-03-06 12:21:31  cri 
 ວັນ​ທີ 3 ມີນາ​ນີ້, ສະພາ​ນິຕິບັນຍັດ​ໄທ​ໄດ້​ຮັບຮອງ​ເອົາ​ກົດ​ລະບຽບ​ວ່າ​ດ້ວຍ​ຢາສູບ​ສະບັບ​ໃໝ່ຫວັງສາມາດ​ຄວບ​ຄຸມ​ຢາສູບ​ໄດ້ເຂັ້ມ​ງວດ​ກວ່າ​ເກົ່າ.

ກົດ​ລະບຽບ​ສະບັບ​ໃໝ່​ດັ່ງກ່າວໄດ້ກຳນົດ​ໄວ້​ວ່າ: ຜູ້ຊື້​ຢາສູບ​ທີ່ມີອາຍຸ​ຕ່ຳ​ສຸດຈະ​ປັບຈາກ 18 ປີ​ຂຶ້ນ​ເຖິງ 20 ປີ,ຜູ້​ປະກອບ​ການ​ຂາຍ​ຢາສູ​ບ​ໃຫ້​ຄົນ​ອາຍຸ​ລຸ່ມ 20 ປີ​ຖື​ວ່າ​ເປັນ​ການ​ກະທຳ​ຜິດ​ກົດໝາຍ​ໂດຍ​ຈະ​ຖືກ​ປັບ​ໃໝ 3 ໝື່ນ​ບາດ​ຫຼື​ຕັດ​ອິດສະຫຼະພາບ​​ບໍ່​ເກີນ 3 ​ເດືອນ, ຕ້ອງຂາຍຢາ ສູບ​ເປັນ​ຊອງ, ຫ້າມ​ບໍ່​ໃຫ້​ຂາຍ​ເປັນ​ກອກ, ຖ້າ​ບໍ່​ດັ່ງ​ນັ້ນ​ຈະ​ຖືກ​ປັບ​ໃໝ 4 ໝື່ນ​ບາດ; ຫ້າມ​ບໍ່​ໃຫ້​​ໂຄສະນາ​ສິນຄ້າ​ຢາສູບ​ທຸກ​ຮູບ​ແບບລວມທັງ​ການ​ໂຄສະນາ​ທາງ​ອິນ​ເຕີ​ເນັດ​ແລະ​ອື່ນໆ.

ກະຊວງ​ສາທາລະນະ​ສຸກ​ໄທ​ເປີດເຜີຍ​ວ່າ ປັດຈຸບັນ, ຢູ່​ປະ​ເທ​ດຕົນ​ ​ມີຜູ້ເສຍ​ຊີວິດ​ຈາກ​ພະຍາດ​ຕ່າງໆ​ຍ້ອນ​ການ​ສູບຢາ 52.000ຄົນ ຕໍ່​ປີເຊິ່ງສະ​ເລ່ຍ​ແລ້ວ ​ແຕ່​ລະ​ຊົ່ວ​ໂມງ​ມີ 6 ຄົນ​ເສຍ​ຊີວິດ​ຍ້ອນ​ຢາສູບ.

ກົດ​ລະບຽບວ່າ​ດ້ວຍ​ຢາສູ​ບສະບັບ​ໃໝ່​ດັ່ງກ່າວ​ຈະ ​ມີ​ຜົນ​ສັກສິດນຳໃຊ້ຫຼັງ​ໄດ້​ຮັບ​ການ​ລົງ​ນາມຈາກ​ເຈົ້າ​ຊີວິດ​ໄທ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ